ລອນ ມັດສ ບອກ ມະຫາວິທະຍາໄລບໍ່ແມ່ນພື້ນທີ່ແຫ່ງການຮຽນຮູ້ ມັນຄວນເປັນພື້ນທີ່ທີ່ແຫ່ງຄວາມສະໜຸກສະໜານ
![]() |
| ອ້າງອິງຮູບພາບ: https://wallpapercave.com/elon-musk-desktop-wallpapers |
“ລະດັບການສຶກສາ ບໍ່ໄດ້ເປັນຕົວບົງຊີ້ຄວາມສາມາດ”
ອີລອນ ມັດສ ເຈົ້າພໍ່ແຫ່ງວົງການໄອທີແລະເປັນເຈົ້າຂອງຜູ້ກໍ່ຕັ້ງ
Tesla ແລະ SpaceX ເປີດເຜີຍມຸມມອງກ່ຽວກັບເລື້ອງການສຶກສາໃນງາມປະຊຸມ The Satellite 2020
.
“ຂ້ອຍຄິດວ່າໂດຍພື້ນຖານແລ້ວ ໂຮງຮຽນ ຫຼື ມະຫາວິທະຍາໄລຄວນຈະເປັນພື້ນທີແຫ່ງຄວາມສະໜຸກສະໜານແລະຊ່ວຍພິສູດໄດ້ວ່າເຈົ້າສາມາດເຮັດວຽກເລັກໆ
ນ້ອຍໆ ໄດ້ ຂ້ອຍບໍ່ໄດ້ຄິດວ່າມັນຈະຕ້ອງເປັນພື້ນທີ່ຂອງການຮຽນຮູ້ຊໍ້າ” ອີລອນ ມັດສ ລະບຸ
.
ອີລອນ ມັດສ ບອກວ່າ ເຈົ້າບໍ່ຈໍາເປັນຕ້ອງຮຽນໃນໂຮງຮຽນ ຫຼື ມະຫາວິທະຍາໄລເພື່ອທີ່ຈະ
ຮຽນຮູ້ ສິ່ງໃໝ່ໆ ເພາະຄວາມຮູ້ພື້ນຖານຫຼາຍເລື້ອງໃນຍຸດນີ້ເຂົ້າເຖິງໄດ້ຟຮີ ເອົາເຂົ້າແທ້
ສະຖານສຶກສາເປັນພື້ນທີ່ຂອງການສັ່ງວຽກບ້ານທີ່ເປັນຕາໜ້າເບືອ.
.
“ຂ້ອຍຄິດວ່າເຫດຜົນຫລັກໆ ຂອງການໄປໂຮງຮຽນ ຫຼື ມະຫາວິທະຍາໄລກໍຄືການໄປທົດລອງໃຊ້ຊີວິດຮ່ວມກັບຄົນທີ່ມີອາຍຸໃກ້ໆ
ກັນກ່ອນທີ່ຈະເຂົ້າສູ່ໂລກຂອງການເຮັດວຽກແທ້ຫຼາຍກວ່າ” ອີລອນ ມັດສ ກ່າວ
.
ສໍາຫລັບບໍລິສັດຂອງລາວໃນປັດຈຸບັນ ບໍ່ວ່າຈະ Tesla ແລະ SpaceX ລາວບອກເລີຍວ່າ ບໍ່ສົນໃບປະລີນຍາ
ບໍ່ຕ້ອງຈົບສູງເປັນດ໋ອກເຕີ ຖ້າມີຄວາມສາມາດ ດີກຮີລະດັບມັດຖະຍົມກໍຮັບເຂົ້າເຮັດວຽກໄດ້
.
- “ຂ້ອຍບໍ່ໄດ້ຄິດວ່າການເຂົ້າຮຽນໃນໂຮງຮຽນ ຫຼື ມະຫາວິທະຍາໄລຈະເອີ້ນໄດ້ວ່າຄົນໆ ນັ້ນມີ ຄວາມສາມາດພິເສດທີ່ໂດດເດ່ນ ເພາະລອງເບິ່ງຫຼາຍໆ ຄົນທີ່ປະສົບຄວາມສຳເລັດ ພວກເຂົາຢຸດພັກການສຶກສາ ແລ້ວອອກມາເຮັດຫຍັງຈັກຢ່າງກັນທັ້ງນັ້ນ ເບິ່ງຕົວຢ່າງ Bill Gate ຫຼື Steve Jobs ແລະອີກຫຼາຍໆ ຄົນກໍໄດ້…ເຈົ້າຄິດວ່າ Shakespeare ເຂົ້າຮຽນໃນສະຖານສຶກສາຫຼືບໍ ? ຂ້ອຍຄິດວ່າຄືຈະບໍ່” ອີລອນ ມັດສ ກ່າວ
.
ຢ່າງໃດກໍຕາມ ອີລອນ ມັດສ ບອກວ່າເຖິງທີ່ສຸດແລ້ວ ພາກການສຶກສາແລະພາກທຸລະກິດຄວນເຮັດໃຫ້
“ການສຶກສາ” ເປັນສິ່ງທີ່ເຂົ້າເຖິງໄດ້ງ່າຍສຳຫລັບທຸກຄົນ
ໂດຍສະເພາະຄົນທີມີສະຖານະທາງສັງຄົມດ້ອຍກວ່າ ທຸກພາກສ່ວນຕ້ອງເຮັດໃຫ້ພວກເຂົ້າເຫລົ່ານີ້ເຂົ້າສູ້ຂະບວນການການສຶກສາທີ່ດີຢ່າງເທົ່າທຽມກັບຄົນອື້ນໆ
ໃນສັງຄົມເຊັ່ນກັນ.

ความคิดเห็น
แสดงความคิดเห็น