ໃນໄລຍະຜ່ານມາ, ການພັດທະນາທຸລະກິດໃນຫລາຍອຸດສາຫະກຳ ຍິ່ງມີການພັດທະນາຫຼາຍເທົ່າໃດມັນກໍ່ຍິ່ງເພີ່ມທະວີ ວິກິດໃຫ້ກັບໂລກ. ອາດເປັນຍ້ອນປັດໃຈຈາກຜູ້ບໍລິໂພກທີ່ມີຈໍານວນຫຼາຍຂື້ນ
ເຊິ່ງຄາດຄະເນວ່າໃນປີ ຄ.ສ 2050 ປະຊາກອນໂລກຈະເພີ່ມຂຶ້ນ 8.3 ພັນລ້ານຄົນ
ນັ້ນເທົ່າກັບວ່າ ຄວາມຕ້ອງການກໍ່ຕ້ອງເພີ່ມຂື້ນ ໃນຂະໜາດທີ່ຊັບພະຍາກອນມີຢູ່ຄ່ອນຂ້າງຈໍາກັດ
ເລື່ອງນີ້ກໍເປັນໜຶ່ງໃນປັນຫາຕ້ົນໆຂອງໂລກ
.
ແລະຍັງມີເລື່ອງສໍາຄັນອື່ນໆ ເຊັ່ນ ປັນພາດສຕິກ ທີ່ກໍາລັງເປັນປະເດັນຍອດຮີດ
ເພາະຄົນນິຍົມໃຊ້ກັນມາຍາວນານຕັ້ງແຕ່ຊ່ວງສົງຄາມໂລກຄັ້ງທີ່ 2 ເນື່ອງຈາກພາດສຕິກສາມາດໃຊ້ເປັນພາຊະນະຖະໜອມອາຫານໄດ້
ມີນໍ້າຫນັກເບົາ ແຖມຍັງທົນກົດດ່າງ ແລະອີກສາລະພັດປະໂຫຍດທີ່ຫຼາກຫຼາຍ ເຮັດໃຫ້ພາດສຕິກເປັນທີ່ຕ້ອງການຂອງຄົນຈໍານວນຫຼາຍ
ມາຮູ້ຕົວອີກເທື່ອ...ພາດສຕິກກໍກາຍເປັນປັນຫາລະດັບໂລກໄປແລ້ວ
.
ເຮັດໃຫ້ຕອນນີ້ປະເດັນເລື່ອງສິ່ງແວັດລ້ອມ ຫຼືຄວາມສາມາດໃນການກູ້ວິກິດໂລກຖືກນໍາເຂົາມາເປັນເງືອນໄຂສຳຄັນໃນການດຳເນີນທຸລະກິດ
ເອີ້ນໄດ້ວ່າປະເດັນ Sustainability (ການພັດທະນາແບບຢັ່ງຢືນ) ໄດ້ກາຍມາເປັນນາວັດຕະກຳໃນການພິຈາລະນາວ່າທຸລະກິດນັ້ນປະສົບຄວາມສຳເລັດຫຼືບໍ
?
ຜູ້ບໍລິໂພກກັບມຸມມອງເລື່ອງ “ທຸລະກິດທີ່ດີ”
ທີ່ປ່ຽນໄປ
ເມື່ອເດືອນເມສາ ປີ 2019 ທາງ Omnibus
ໄດ້ເຮັດການສຳຫຼວດປະເດັນເລື່ອງຄວາມເຊື່ອມັ່ນຂອງຜູ້ບໍລິໂພກທີ່ມີຕໍ່ແບລນຈາກ
21,000 ຄົວເຮືອນໃນສະຫະລັດອາເມລິກາ ພົບວ່າໃນທຸກໆ ຄົວເຮືອນມີການໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວັດລ້ອມ
ແລະໃຊ້ບັນຈຸພັນທີ່ສາມາດນໍາກັບມາໃຊ້ໃຫມ່ເພີ່ມຂື້ນກວ່າແຕ່ກ່ອນ
ສະທ້ອນໃຫ້ເຫັນວ່າຜູ້ບໍລິໂພກຄ່ອນຂ້າງຈິງຈັງໃນເລື່ອງການເຮັດໃຫ້ໂລກນັ້ນດີຂື້ນ
.
ຜູ້ບໍລິໂພກຍັງໃຫ້ຂໍ້ມູນອີກວ່າ ສິ່ງທີ່ສຳຄັນທີ່ສຸດໃນການຕັດສິນໃຈຊື້ສິນຄ້າກໍຄື
ຜະລິດຕະພັນຕ້ອງມີຄຸນສົມບັດທີ່ເປັນມິດຕໍ່ສິ່ງແວັດລ້ອມ ແລະສາມາດນໍາກັບມາລີໄຊໂຄໄດ້
ຖ້າມີສອງຂໍ້ນີ້ ພວກເຂົາກໍຍອມທີ່ຈະຈ່າຍ ໂດຍສະເພາະຜະລິດຕະພັນທີ່ເປັນກຸ່ມ Environmentally Friendly (ຜະລິດຕະພັນເປັນມິດຕໍ່ສິ່ງແວັດລ້ອມ)
ຜູ້ບໍລໂພກຈະຍອມຈ່າຍຫຼາຍຂື້ນເຖິງ 33.5%
.
ການລົງທຶນ Sustainability ມີມູນຄ່າການເຕີບໂຕຫຼາຍກວ່າສີບເທົ່າ
Sustainable Business ບໍ່ແມ່ນແຕ່ສິ່ງທີ່ຈະຊະນະໃຈຜູ້ບໍລິໂພກ ແຕ່ເປັນເຄື່ອງມືທີ່ສ້າງກຳໄລ
ແລະສ້າງຄວາມໝັ່ນຄົງໃຫ້ທຸລະກິດໄດ້ໃນໄລຍະຍາວ
.
ໃນການປະຊຸມ World
Economic Forum ປະຈໍາປີ 2020 ໄດ້ນໍາສະເໜີຂໍ້ມູນທີ່ໜ້າສົນໃຈດັ່ງນີ້
ໃນປັດຈຸບັນບັນດາບໍລິສັດທີ່ມີການລົງທຶນເພື່ອຄວາມຢັ້ງຢືນນັ້ນ
ມີມູນຄ່າລວມກັນຫຼາຍເຖິງ 30 ລ້ານລ້ານໂດລາ ຊຶ່ງເພີ່ມຂື້ນຫຼາຍກວ່າ 68% ນັບແຕ່ປີ 2014 ແລະເພີ່ມເປັນສີບເທົ່າໃນຊ່ວງປີ 2004
ເພາະລູກຄ້າ ນັກລົງທຶນ ແລະ ພະນັກງານຕ່າງຕອ້ງການຜັກດັນເລື່ອງການຮັກສາສິ່ງແວັດລ້ອມຫຼາຍຂື້ນເລື້ອຍໆ
.
ຂໍ້ມູນຂ້າງຕົ້ນຈຶ່ງເປັນຕົວຊີ້ຊັດວ່າ ໜຶ່ງໃນກົນລະຍຸດຂອງທຸລະກິດຈໍາເປັນຕ້ອງມີເລື່ອງ
Sustainability ມາເປັນຫົວໃຈສຳຄັນ ເພື່ອໃຫ້ທຸລະກິດເຕີບໂຕທັ້ງລາຍໄດ້
ແລະເປັນທີ່ຍອມຮັບຂອງສັງຄົມ ເພາະທຸລະກິດທີ່ຄໍານຶງເລື່ອງຂອງປະໂຫຍດສ່ວນລວມຈະມີພາບລັກໃນທາງບວກຫຼາຍກວ່າ
ຫລາຍອົງກອນກໍາລັງມຸ້ງໜ້າສູ່ຖະໜົນເສັ້ນດຽວກັນ
ເນື່ອງຈາກທີ່ຜ່ານມາພາດສຕິກຫຼາຍຮ້ອຍລ້ານຕັນຖືກຖີ່ມລົງບໍຂີ່ເຫຍື່ອ
ເກີດກອງຂີ່ເຫຍື່ອທີ່ມີສານພິດລວມກັບນໍ້າຝົນແລ້ວໄຫລລົງພື້ນດີນແລະແມ່ນໍ້າ ເຮັດໃຫ້ເກີດອັນຕະລາຍທັ້ງຕໍ່ຄົນແລະສັດ
ຊຶ່ງນີ້ຍັງບໍ່ລວມປະເດັນເລື່ອງການເຜົາ ທີ່ເປັນສ່ວນໜຶ່ງໃນການເຮັດໃຫ້ອຸນຫະພູມໂລກສູງຂື້ນ
ເລື່ອງນີ້ຈື່ງເປັນປະເດັນລະດັບໂລກທີ່ທຸກຄົນກຳລັງກັງວົນ
.
ຂໍຍົກຕົວຢ່າງທຸລະກິດຝັ່ງເອີຮົບ ຄືແບລນຈາກສະວີເດັນຢ່າງ IKEA ກໍໄດ້ຍົກເລີກພາດສຕິກແບບທີ່ໃຊ້ຄັ້ງດຽວຖີ່ມ
ອອກຈາກການຕົກແຕ່ງບ້ານ ຮ້ານອາຫານ ຮ້ານກາເຟ ໂດຍເລີ່ມໃຊ້ປ່ວງສ້ອມທີ່ເຮັດຈາກໄມ້
ຫຼອກດູດນໍ້າຈາກກະດາດ ຊື່ງລູກຄ້າກໍສາມາດສັ່ງຊື້ສີນຄ້າເຫລົ່ານີ້ໄດ້ເຊັ່ນກັນ ແລະພາຍໃນ
2020 ຜະລິດຕະພັນພາດສຕິກແບບໃຊ້ຄັ້ງດຽວນີ້ ຈະຖືກລົບອອກຈາກກຸ່ມຜະລິດຕະພັນແຕ່ງບ້ານຂອງ IKEA ທົ່ວໂລກ
.
ແລະທຸລະກິດໄອທີສັນຊາດອາເມລິກາຢ່າງ HP ກໍເປັນອີກຕົວຢ່າງໜື່ງທີໜ້າສົນໃຈ ເພາະ HP ເປັນບໍລິສັດໄອທີລາຍໃຫຍ່ລາຍທຳອິດທີ່ໄດ້ເຜີຍແຜ່ ແລະຕວດສອບປະລິມານການປ່ອຍກາກບອນ
ອີກທັ້ງມີໂຄງການ Recycle ຕະຫລັບມືກ
ທີນອກຈາກຈະຊ່ວຍເລື່ອງຮັກສາສິ່ງແວັດລ້ອມແລ້ວ ທຸກຄົນຍັງສາມາດປ່ຽນພາດສຕິກໃຫ້ກາຍເປັນເງິນໄດ້ອີກດ້ວຍ
![]() |
ຕະຫລັບຫມືກຈາກ HP ທີ່ເປັນມີດຕໍ່ສິ່ງແວດລ້ອມ
|
ໂດຍ HP ໄດ້ອອກໂຄງການເພື່ອລົດປະລິມານພາດສຕິກ
ພາຍໃຕ້ຊື່ວ່າ HP Planet Partners ໜຶ່ງໃນແຄມເປນທີ່ໜ້າຈົດຈໍາຂອງໂຄງການນີ້ຄືແຄມເປນທີ່ປະເທດເຮຕິ
ຊື່ງຊາວບັານຮບຮວມນໍາກວດພາດສຕິກທີ່ບໍ່ໄດ້ໃຊ້ແລ້ວເອົາມາຂາຍໃຫ້ກັບ HP ເພື່ອນໍາກັບມາຫລອມເປັນຕະລັບຫມືກເພື່ອໃຊ້ໃຫມ່ໄດ້ອີກຄັ້ງ
ຈົນຊ່ວຍໃຫ້ຊາວບ້ານເຮຕິສາມາດສ້າງລາຍໄດ້ມາເບິ່ງແຍງຄອບຄົວໄດ້ ຊື່ງຫລັງຈາກຄົນໃນຊົມຊົນເຫັນວ່າໂຄງການນີ້ສາມາດຊ່ວຍເຮັດໃຫ້ຊີວິດຂອງພວກເຂົາດີຂື້ນໄດ້ແນວໃດ
ກໍເກີດການບອກຕໍ່ຈົນກາຍເປັນການລົດຂີ່ເຫຍື່ອແລະລົດມົນລະພາວະໃຫ້ກັບປະເທດ
.
ໂຄງການ HP
Planet Partners ເຮັດໃຫ້ HP ມີການໃຊ້ພາດສຕິກ Recycle ກວ່າ 199 ລ້ານປອນ ຫຼື 90 ລ້ານກິໂລ ຊຶ່ງເປັນການລົດປະລິມານພາດສຕິກທີ່ຕ້ອງຂົນສົ່ງດ້ວຍ
ແທັກເຕີ-ເທນເລີໄປກວ່າ 5,000 ຄັນ ສົ່ງຜົນໃຫ້ ທຸລະກິດນີ້ສາມາດລົດຈໍານວນຂີ່ເຫຍື່ອທີ່ຕ້ອງເຜົາຫຼືເທຖີ່ມລົງທະເລໄດ້ຢ່າງມະຫາສານ
ຊື່ງ HP ໄດ້ເລີ່ມໂຄງການນີ່ມາຕັ້ງແຕ່ປີ 2000 ແລ້ວ
ນອກເໜືອຈາກເລື່ອງຕະຫລັບໝືກ HP ກໍໄດ້ພັດທະນາເຕັກໂນໂລຢີ
Page Wide ຊື່ງນອກຈາກຈະເຮັດໃຫ້
HP PageWide Printer
ສາມາດພີມງານໄດ້ໄວຂື້ນ ຍັງສມາດລົດການໃຊ້ພະລັງງານລົງກວ່າປັກກະຕິອີກເກືອບ 50% ເປັນການລົດຄ່າໄຟໃຊ້ຈ່າຍໃຫ້ຜູ້ປະກອບການລົງກວ່າເຄິ່ງ
.
ຂະໜາດນີ້ແທບທຸກທຸລະກິດກໍາລັງເດີນໜ້າຢ່າງຈິງຈັງໃນເລື່ອງການ
“ເຮັດໃຫ້ໂລກດີຂື້ນ” ຊື່ງເປັນຄໍາຕອບທີ່ຊັດເຈນວ່າໃນທົດສະວັດນີ້ການພັດທະນາຢ່າງຢັ້ງຢືນຈະເຂົ້າມາກ່ຽວຂ້ອງກັບຄວາມສຳເລັດຂອງທຸລະກິດຢ່າງຫລິກຫລ່ຽງບໍ່ໄດ້
.
ແລະບໍ່ວ່າໂລກຈະດີຂື້ນຫຼືບໍ່
ລ້ວນແລ້ວແຕ່ຈະຕ້ອງກະທົບກັບເຮົາ ຄອບຄົວ ແລະໂລກທັ້ງໂລກ ບໍ່ແມ່ນແຕ່ຄົນໃດຄົນໜຶ່ງ
ຊື່ງການທີ່ໂລກຈະດີຂື້ນໄດ້ຕ້ອງອາໄສການຮ່ວມມືກັນຂອງທຸກຝ່າຍ ບໍ່ວ່າຈະເປັນ ລັດ,
ເອກະຊົນ, ອົງກອນບໍ່ສະແຫວງຫາຜົນກຳໄລ ຮວມເຖິງທຸກຄົນ
.
ດັ້ງນັ້ນສິ່ງສຳຄັນຄື...ເຮົາຕ້ອງເລີ່ມລົງມືໄດ້ແລ້ວ
ຕັ້ງແຕ່ມື້ນີ້.
...


ความคิดเห็น
แสดงความคิดเห็น