ຊີວິດມິເລື້ອງຄຽດຫຼາຍແລ້ວ ມາຝືກສະໝອງສ້າງ POSITIVE MINDSET ກັນດີກວ່າ
ໃນຊີວິດທີ່ມີເລື້ອງຊວນໃຫ້ຄວາມຄຽດກໍຕົວໃນຫົວສອງໝອງເກີດຂື້ນຮອບຕົວ
ທຸກວັນ ຕະຫລອດເວລາ ງານທີ່ແສນຈະຄຽດ ຈະຜັກຜ່ອນເປີດ Internet ກໍເຈີແຕ່ເລື້ອງດຮ່າມ້າ ຫັນໄປຫາເພື່ອນຮ່ວມງານກໍເຈີຄົນລົບໆ
ທີ່ແນມທຸກຢ່າງໃນແງ່ລົບໄປຫມົດ ອັນທີ່ຈິງທຸກຂໍ້ທີ່ເວົ້າມາບໍ່ແມ່ນແຕ່ເລື້ອງສົມມຸດ
ຊີວິດເຮົາມັຮເຈີເລື້ອງທັງໝົດນີ້ໄດ້ຄົບໃນວັນດຽວແທ້ໆ ແລະຖ້າເຮົາຂາດສະຕິໄປ
ສິ່ງເຫລົ່ານີ້ກໍພ້ອມຈະດຶງເຮົາໃຫ້ຈົມດິ່ງໄປກັບຄວາມຊືມເສົ່າທີ່ເຮັດໃຫ້ເຮົາກາຍເປັນຄົນຄິດລົບໄດ້ໂດຍບໍ່ຮູ້ຕົວ
.
ສິ່ງທີ່ເຮົາຕ້ອງທຳໃນຍຸກທີ່ຄວາມຮູ້ສຶກເປັນລົບຢູ່ຮອບຕົວ
ຄືການຕັ້ງສະຕິ ມີສະມາຖິກັບຄວາມຄິດຂອງຕົວເອງໃຫ້ຫຼາຍ ຢ່າປ່ອຍໃຫ້ຄວາມຄິດລົບໆ
ຮອບຕົວເອົາຊະນະຈິດໃຈເຮົາໄດ້ ຢ່າງທີ່ຄົນບູຮານໄດ້ກ່າວໄວ້ວ່າ ໃຈເປັນນາຍ ກາຍເປັນບ່າວ
ເຮົາມີວິທີປັບປ່ຽນຄວາມຄິດໃຫ້ມີ Positive
Mindset ເພື່ອໃຫ້ມີຄວາມສຸກກັບພລັງຄວາມຄິດດ້ານບວກ
ຖີ່ມຄວາມທຸກໃຈຂົ້ວລົບໄວ້ບ່ອນເກົ່າ ຢ່າເອົາມັນມາຊໍ້າເຕີມສະໝອງເຮົາກັນອີກເລີຍ.
What is Mindset ?
Mindset ຄືຂະບວນການທາງຄວາມຄິດ
ທັດສະນະຄະຕິ ມຸມມອງທີ່ມີຕໍ່ສິ່ງຮອບຕົວແລະໂລກໃບນີ້
ຊື່ງມັນຈະມີຜົນຫຼາຍກັບອາລົມແລະພຶດຕິກຳຂອງເຮົາ ບໍ່ວ່າຈະຮູ້ຕົວຫຼືບໍກໍຕາມ ຄົນທີ່ມີ Negative Mindset ຄືຄົນທີ່ມີທັດສະນະຄະຕິໃນແງ່ລົບ
ຄົນແບບເຈີຄວາມທ້າທາຍຫຼືແມ່ນຫຍັງທີ່ຍາກກວ່າປົກກະຕິ ຈະຄິດວ່າມັນເປັນໄປບໍ່ໄດ້
ຫາຂໍ້ອ້າງຕ່າງໆ ເພື່ອໃຫ້ຕົວເອງຫລຸດພົ້ນ ແຕ່ຄົນທີມີ Positive Mindset ຄືຄົນທີ່ມີທັດສະນະຄະຕິບວກ
ເມືອເຈີຄວາມທ້າທາຍ ຈະຫາວິທີຈັດການກັບມັນໃຫ້ໄດ້
ແລະມອງວ່າມັນຈະຊ່ວຍພັດທະນາຄວາມສາມາດຂື້ນໄປອີກ
ແລ້ວເຮົາຈະເລີ່ມປັບ Mindset ຂອງເຮົາແນວໃດໃຫ້ເປັນ Positive ເຮົາມາລອງຄ່ອຍໆ
ເຮັດຕາມເທື່ອລະຂໍ້ ທີ່ເຮັດໄດ້ງ່າຍດາຍກວ່າທີ່ຄິດ
ເຮັດໄປວັນລະຫນ່ອຍຮັບຮອງວ່າຈະຊິນໄປເອງ
Be Optimistic..
ຕ້ອງຍອມຮັບວ່າໃນຊີວິດພວກເຮົາ ບໍ່ມີທາງເລີຍທີ່ຈະບໍ່ເຈີກັບອຸປະສັກໃດໆ
ພວກເຮົາມີໂອກາດເຈີເລື້ອງບໍພໍໃຈ ຫຼືເຈີອຸປະສັກຍາກໆ ທີ່ທຳໃຫ້ຊີວິດເຮົາລຳບາກແດ່ໃນບາງຊ່ວງເວລາ
ສິ່ງທີ່ປະໂຫຍດກວ່າການໂມໂຫຫຼືໂທດໂຊກຊະຕາ
ຄືການມອງຫາວ່າໃນອຸປະສັກນັ້ນມີໂອກາດຫຍັງດີໆໃຫ້ເຮົາໄດ້ແດ່
ເລີ່ມຈາກເລື້ອງງ່າຍໆ
ເຊັ່ນລົດຕິດຍາວໃນເສັ່ນທາງ ແທນທີ່ເຮົາຈະຫງຸດຫງິດຫາທາງໄປ ຊື່ງຄົງບໍ່ໄດ້ໄວຂື້ນເທົ່າໃດ
ເຮົາສາມາດເລືອກມອງຂໍ້ດີຂອງການໃຊເວລານານໆ ກາງລົດຕິດວ່າ
ຊ່ວຍໃຫ້ເຮົາໄດ້ຢູ່ກັບຄົນທີ່ເຮົາຮັກໄດ້ດົນຂື້ນ ໄດ້ຟັງເພັງຈາກ Playlist ທີ່ເຮົາມັກໄດ້ຫລາຍຂື້ນ
ຫຼືການທີ່ຫົວໜ້າຄອຍໃຫ້ງານຍາກໆກັບເຈົ້າ ແທນທີ່ຈະລວມຕົວດ່າຫົວໜ້າ
ເຮົາສາມາດມອງອີກມຸມໄດ້ວ່າຫົວໜ້າເຊື່ອໃຈເຮົາຫຼາຍກວ່າຄົນອື່ນ
ເຮັດໃຫ້ເຮົາມີໂອກາດກ້າວໜ້າເພາະຜົນງານຢູ່ໃນສາຍຕາຫຼາຍກວ່າຄົນອື່ນ
Imperfection
“PERFECTIONISM ເປັນອີກໜື່ງຕົວແປສຳຄັນທີ່ເປັນຕົວກີດກັນຄວາມສຳເລັດ”
ເມື່ເຮົາຢືດຕິດວ່າທຸກຢ່າງຕ້ອງສົມບູນແບບ
100% ເຮັດໃຫ້ບາງຄັ້ງເຮົາຮູ້ສຶກເມື່ອຍກັບຄວາມຄຽດແລະຄວາມຄາດຫວັງ ລອງປ່ຽນຄວາມຄິດວ່າ “ເຮົາຈະເຮັດໃຫ້ດີທີ່ສຸດແລ້ວ
ຫາກມີປັນຫາໃດໆເກິດຂື້ນ ກໍພະຍາຍາມທີ່ຈະຫາທາງແກ້ໄຂຜ່ານພົ້ນໄປໄດ້ແຕ່ລະຈຸດ”
ເມື່ອເຈົ້າຄິດໄດ້ແບບນີ້
ເຈົ້າຈະສະໜຸກກັບການຜະເຊີນໜ໊າຕໍ່ອຸປະສັກແລະມີຄວາມສຸກໃນຄວາມສຳເລັດຂອງເຈົ້າໃນແຕ່ລະກ້າວ
ແລະທີ່ສຳຄັນ ຄິດໄວ້ສະເໝີວ່າຄວາມຜິດພາດຄວາມບໍ່ສົມບູນແບບຈາກການເຮັດສິ່ງທີ່ທ້າທາຍ
ກໍເປັນປັດໄຈສຳຄັນທີ່ເຮັດໃຫ້ເຮົາພັດທະນາຕົວເອງໄດ້ຫຼາຍຂື້ນດ້ວຍ
ຈື່ໄວ້.....Everybody
is not Perfect but we can do the best to success.
Don`t compare
your self to others
ບາງຄັ້ງເຈົ້າມັກຈະປຽບທຽບກັບຄົນອື່ນຕະຫຼອດເວລາວ່າ ຄົນນັ້ນດີຢ່າງນັ້ນ
ຄົນນີ້ດີກວ່າເຈົ້າບ່ອນນີ້ ຄົນນັ້ນລວຍ ມີຊັບສີນຫຼວງຫຼາຍ
ມັນຄືເອົານົກໄປທຽບກັບລິງ ແລ້ວຄິດວ່າເປັນຫຍັງເຮົາຈິ່ງບິນບໍ່ໄດ້
ເປັນຫຍັງເຮົາປີນຕົ້ນໄມ້ບໍ່ໄດ້ ຕົວເຮົາເອງຄວນຈະຢຸດເພື່ອແນບຂໍ້ດີຂອງຕົວເອງທີ່ມີຢູ່
ເພາະແຕ່ລະຄົນມີຈຸດີຈຸດເດ່ນບໍ່ຄືກັນ ເລີ່ມຈາກການຫາຈຸດແຂງຂອງຕົນເອງໃຫ້ເຫັນ
ອາດຈະເປັນສິ່ງທີ່ເຮົາຮູ້ຢູ່ແລ້ວ ຫຼືສິ່ງທີ່ຫຼາຍຄົນມັກຈະເອີ່ຍປາກຊື່ນຊົມເຈົ້າ
ຈາກນັ້ນຈົງພູມໃຈມນສິ່ງທີ່ມີມຸ່ງເນ້ນເຖິງຄວາມສຳເລັດ
ແລະມີຄວາມສຸກກັບຄວາມສຳເລັດຂອງຕົນເອງ ບໍ່ອິດສາ ຫຼື ຄອຍປຽບທຽບກັບຄົນອື່ນ
ເພາະມັນຈະເກີດຂື້ນຢ່າງບໍ່ມີທີ່ສິ້ນສຸດ
Doesn`t matter
what they think
ຖ້າເຮົາມົວແຕ່ຄອຍສົນໃຈຄົນອື່ນ ຄໍາເວົ້າ
ຄວາມຮູ້ສືກຂອງທຸກຄົນຮອບຕົວເຈົ້າຫຼາຍເກີນໄປອາດເຮັດໃຫ້ເຈົ້າກັງວົນຫຼາຍເກີນໄປຈົນບໍ່ເຫຼືອຄວາມເປັນຕົວເອງເລີຍ
ເຮົາບໍ່ໄດ້ບອກໃຫ້ເຈົ້າບໍສົນໃຈສຽງຮອບຂ້າງຫຼືໂລກພາຍນອກ
ພຽງແຕ່ເຈົ້າຄວນສົນໃຈໃນສິ່ງທີ່ສຳຄັນສິ່ງທີ່ເຈົ້າຄວນສົນໃຈ ຖ້າເຈົ້າເປັນຫົວໜ້າທີ່ມີລູກນ້ອງ
20 ຄົນ ແລ້ວຕ້ອງມານັ່ງກັງວົນວ່າແຕ່ລະຄົນຄິດຫຍັງ ບໍລິສັດຄົງບໍ່ສາມາດກ້າວໄປຂ້າງໜ້າໄດ້ແນ່ນອນ
ໃນໂລກເຮົາປັດຈຸບັນ ມີທັ້ງຄົນທີ່ຫວັງດີ ແລະບໍ່ຫວັງດີກັບເຮົາ
ຖ້າເຮົາມົວສົນໃຈທຸກສຽງຈາກທຸກຄົນ ໄປໃສາໃຈຄໍາເວົ້າຂອງຄົນທີ່ບໍຫວັງດີກັບເຮົາ
ຫຼືກັງວົນກັບພຶດຕິກຳຂອງຄົນທີ່ທັດສະນະຄະຕິທີ່ບໍດີ
ນອກຈາກຈະບໍ່ໄດ້ປະໂຫຍດຫຍັງນການພັດທະນາຕົວເອງແລ້ວ ອາດເຮັດໃຫ້ເຮົາຕິດຂັດໃນການຕັດສິນໃຈແລະຄວາມກ້າວໜ້າໄດ້
ເພາະສະນັ້ນຢ່າໃຫ້ໃຜມາມີອຳນາດການຕັດສິນໃຈເໜືອເຈົ້າ ແຕ່ຈື່ໄວ້ວ່າສິ່ງທີ່ເຈົ້າຕັດສິນໃຈຕ້ອງບໍ່ໃຫ້ໃຜເດືອດຮ້ອນເຊັ່ນດຽວກັນ
ທີ່ຈິ່ງຍັງມີວິທີອີກຫຼາຍໃນການປ່ຽນທັດສະນະຄະຕິໃຫ້ເປັນ Positive Mindset ທັ້ງໝົດນີ້ເປັນພຽງຄໍາແນະນຳເບື່ອງຕົ້ນທີ່ເຮົາຢາກໃຫ້ເຈົ້າເລີ່ມປ່ຽນຄວາມຄິດເທື່ອລະຫນ່ອຍ
ຮັບຮອງວ່າເຮັດໄດ້ບໍ່ຍ້າກ ຂໍແຕ່ມີສະຕິ ແລ້ວເຈົ້າຈະຮູ້ສືກໄດ້ວ່າການເລີ່ມປ່ຽນຄວາມຄິດ
ພຽງເລັກຫນ່ອຍ ອາດຈະເຮັດໃຫ້ຊີວິດປ່ຽນໄປໃນທາງທີ່ດີຂື້ນ ພຽງເຈົ້າເລີ່ມປ່ຽນຄວາມຄິດ
ເຈົ້າກໍຈະມີຄວາມສຸກໃນການດຳເນີນຊີວິດຫຼາຍຂື້ນ
“Train your mind to see the good in every situation”
.

ความคิดเห็น
แสดงความคิดเห็น