MURDER SCENE 1910 : ຮູບຖ່າຍຈາກເຫດການຂ້າຕະກຳໃນ ມະຫານະຄອນ “ນິວຢອກ” ທີ່ຢ້ຳເຕືອນວ່າທຸກພື້ນທີ່ລ້ວນມີເລື້ອງລາວ

MURDER SCENE 1910 : ຮູບຖ່າຍຈາກເຫດການຂ້າຕະກຳໃນ ມະຫານະຄອນ “ນິວຢອກ” ທີ່ຢ້ຳເຕືອນວ່າທຸກພື້ນທີ່ລ້ວນມີເລື້ອງລາວ

ຫາກເວົ້າເຖິງມະຫານະຄອນນິວຢອກເຮົາຈະນຶກເຖິງຫຍັງເປັນສິ່ງທຳອິດ ? ບາງຄົນນຶກເຖິງໂຮງລະຄອນ ບອດເວ ບາງຄົນນຶກເຖິງເມືອງທີ່ຖືກຖະລົ່ມຢູ່ເນືອງໆ ໃນຫນັງແອກຊັ້ນຊຸບເປີຮີໂລ ບາງຄົນກໍແນມວ່ານິວຢອກຄືເມືອງແຫ່ງແສງສີແລະແຟຊັ້ນ ແລະນິວຢອກອີກມຸມໜຶ່ງທີ່ມີເຫດຄົນຫາຍແລະຂ້າຕະກຳສູງບໍ່ແພ້ກັບເມືອງອື່ນໆ ໃນປະເທດສະຫະລັດອາເມລິກາ

ທຸກແຫ່ງຫົນຕ່າງມີມຸມມືດແລະປັນຫາທີ່ຖືກຊຸກເຊື່ອງໄວ້ ລວມເຖິງເມືອງແຫ່ງແສງສີຢ່າງມະຫານະຄອນນິວຢອກຊ່ວງ ຄສ 1910 – 1920 ທີ່ມີອັດຕາການຫາຍຕົວໄປຂອງຜູ້ຄົນຈໍານວນຫຼາຍ ລວມເຖິງຄະດີຂ້າຕະກຳທີ່ບໍ່ຖືກເປີດເຜີຍໃຫ້ສາທາລະນະຊົນໄດ້ຮັບຮູ້ ແລະເມື່ອເວລາຜ່ານມາເກືອບຮ້ອຍປີ ໃນທີ່ສຸດຄວາມລັບທີ່ຖືກເຊື່ອງເອົາໄວ້ກໍເປີດເຜີຍຂື້ນ

*ຮູບຖ່າຍທີ່ຢູ່ໃນເນື້ອຫາອາດມີຄວາມຮຸນແຮງ ຜູ້ອ່ານທີ່ອາຍຸຕໍ່າກວ່າ 18 ປີ ຄວນໄດ້ຮັບຄໍາແນະນຳ

MURDER SCENE IN NEW YORK (1910-1920)


ຄະດີຂ້າຕະກຳພ້ອມກັບຮູບຖ່າຍປະກອບທີ່ເຮົາເຫັນຕາມໜ້າໜັງສືພິມປັດຈຸບັນມັກຖ່າຍໂດຍນັກຂ່າວ ບາງເທື່ອໄດ້ຮູບຖ່າຍມາຈາກພະຍານໃນເຫດການ ແຕ່ຫາກຍ້ອນກັບໄປຊ່ວງ 1910-1930 ການເກັບພາບຂອງເຫຍື່ອຜູ້ເຄາະຮ້າຍຫລັງໂດຍຂ້າຕະກຳຕ້ອງເປັນພາບຈາກເຈົ້າໜ້າທີ່ຕຳຫຼວດເທົ່ານັ້ນ ແລະລັດຈະບໍ່ຍອມໃຫ້ປະຊາຊນົເຫັນພາບຊວນສະລົດເຫລົ່ານີ້ຢ່າງແນ່ນອນ

ຜົນທີ່ຕຳຫລວດເກັບຮູບຖ່າຍຫລັງເກິດເຫດຂ້າຕະກຳໄວ້ບໍ່ຍອມໃຫ້ໃຜເອົາໄປຕີພິມເຮັດໃຫ້ເນື້ອຫາຂອງຂ່າວຄາດເຄື່ອນໄດ້ງ່າຍຫລັງສືສິ່ງພິມບາງສະບັບບອກວ່າມີຊາຍຄົນໜຶ່ງຖືກຮັດຄໍ ແຕ່ຫນັງສືພິມອີກຊະບັບກັບບອກເຫຍື່ອຖືກເອົາມີດປາດຄໍຕ່າງຫາກ ເພາະບໍ່ມີນັກຂ່າວສຳນັກໃດສາມາດເຂົ້າໄປເຫັນສະພາບທີ່ເກິດເຫດຈິງ ອ້າງອິງແຕ່ພຽງຄໍາບອກເລົ່າຂອງເຈົ້າໜ້າທີ່ຕຳຫລວດຫລາຍຄົນເຮັດໃຫ້ຂໍ້ມູນຄາດເຄື່ອນໄດ້



ວົງການຂ່າວອາດຊະຍາກຳຂອງສະຫະລັດອາເມລິກາພດທະນາຂື້ນມາເລື້ອຍໆ ຈົນເຖິງປັດຈຸບັນ ເທັນການສືບສວນກັບການເລົ່າຂ່າວປ່ຽນໄປຕາມຍຸກສະໄຫມຈົນເຮົາຫລົງລືມເລື້ອງລາວທີ່ເກີດບໍ່ທັນໄປເສຍແລ້ວ

ຈົນວັນໜຶ່ງເລື້ອງລາວທີ່ຖືກຊຸກເຊືອງໄວ້ກວ່າຮ້ອຍປີຖືກເຜີຍສູ່ສາທາລະນະຊົນ ເມື່ອສຳນັກງານໃຫຍ່ຂອງ New York Police Department (NYPD) ອົງກອນຕຳຫລວດທີ່ໃຫຍ່ທີ່ສຸດຂອງສະຫະລັດອາເມລິກາຖືກຮືຝື້ນຂື້ນມາ ເພື່ອປັບປຸງສຳນັກງານໃຫມ່ 2012 ແລະມີຄົນເຈີກັບຫລັກຖານຄະດີອາດຊະຍາກຳເມື່ອຮ້ອຍປີກ່ອນ

Wilfried Kaute ພົບຟລີມຮູບເກົ່າ (ຟລີມຂາວ - ດຳ ໃຊ້ຖ່າຍຮູບທົ່ວໄປ) ຈໍສານວນຫລາຍຖືກຖີ່ມເອົາໄວ້ໃນຫ້ອງເກັບຂອງ ເຂົາຈຶ່ງນຳຟລີມທັ້ງຫມົດມາລ້າງເພື່ອມາເບິ່ງວ່າມັນມີຫຍັງແດ່ ເຂົາພົບວ່າເປັນພາບທີ່ຖືກຖ່າຍໄວ້ປະມານປີ 1910 – 1920 ເຊິ່ງສ່ວນຫລາຍຂອງຮູບຈະຖ່າຍສະພາບບ້ານເມືອງ ລົດລາງໃນຖະຫນົນ ລວມໄປເຖິງພາບເຫຍື່ອຈາກຄະດີຂ້າຕະກຳ




ເຈົ້າໜ້າທີ່ຕຳຫລວດເມື່ອຮ້ອຍປີກ່ອນຖ່ານຮູບໄວລຸ້ນຍິງແຕ່ງຕົວດີຖືກຮັດຄໍຈົນຕາຍໃນໂຮງແຮມ  Martinique ຕັ້ວຢູ່ຖະຫນົນໝາຍເລກ 32 ພາບຮ່າງບໍ່ມີວິນຍານຂອງຂະໂມຍສອງຄົນ ຄາດວ່າເຂົ້າໄປຂະໂມຍຊັບສິນແລ້ວໜີອອກມາຈາກຫ້ອງໃຕ້ຫລັງຄາແຕ່ດັນພລັດຕົກລົງໄປໃນຊ່ອງລີບຄວາມສູງກວ່າ 5 ຊັ້ນ ເຮັດໃຫ້ທັ້ງສອງຄົນເສຍຊີວິດຄທີ ພາບຂອງເດັກຊາຍຖືກຂ້າຖີ່ມ ແລະພາບຂອງຊາຍນອນຕາຍຂ້າງຖະຫນົນຫນ້າຮ້ານກາເຟ


ຊ່ວງປີ 1910 – 1920 ປະຊາກອນເມືອງນິວຢອກເພີ່ມຂື້ນຢ່າງກ້າວກະໂດດຫຼາຍເຖິງຫນຶ່ງລ້ານຄົນ ຜູ້ຄົນຕ່າງຖີ່ນພາກັນເຂົ້າມາສະແວງໂຊກຍັງເມືອງແຫ່ງໂອກາດ ເຖິງແມ່ນວ່າມະຫານະຄອນຈະເລີນຮຸງເຮືອງທີ່ສຸດຈະເປັນພື້ນທີ່ທີ່ເປີດໂອກາດໃຫ້ຜູ້ຄົນໄດ້ສະແດງຄວາມສາມາດ ທຳຕາມຄວາມຝັນ ແລະສານຕໍ່ເຈດຕະນາ ແຕ່ດ້ວຍຈໍານວນຄົນທີ່ເຂົ້າມາຫຼາຍຂື້ນເຮັດໃຫ້ເມືອງແອອັດ ມີອັດຕາການເກີດຄະດີຂ້າຕະກຳສູງຂື້ເຖິງສີບເທົ່າຈົນແຊງເມືອງແຊມເກົ່າຢ່າງລອນດອນ ປະເທດອັງກິດ



ພາບຂອງນັກເລງຖຶກສັງຫານ ພາບຂອງແກ້ງຊາວໄອລິດ ເຂດ ແມນຮັກຕັນ ຖືກພົບເປັນສົບພ້ອມກັບແກ້ວເຫລົ່າ ພາບສົບທີ່ເຕັມໄປດ້ວຍເລືອດຂອງທ້າວ Domenico Mastropaolos ໃນສະພາບນັ່ງພິງຖັງວາຍເພາະຖືກແທງຈົນເສຍຊີວິດ

ນອກຈາກນີ້ຍັງພົບພາບຂອງຜູ້ຍິງທີ່ຍາດພີນ້ອງມາແຈ້ງຄວາມວ່າຫາຍຕົວໄປຕັ້ງແຕ່ປີ 1917 ເມື່ອຕາມສືບຍ້ອນກັບໄປພົບວ່າລາວເປັນ 1 ໃນ 700 ຄົນ ຈາກຄະດີຫາຍຕົວໄປຢ່າງລືກລັບໃນນິວຢອກ ແລະທ້າຍທີ່ສຸດເຮົາກໍພົບວ່າລາວເສຍຊີວິດຈາກຄະດີຂ້າຕະກຳ ລວມເຖິງຄະດີອີກຈໍານວນຫຼາຍທີ່ Wilfried Kaute ຜູ້ພົບຟລີມຈຳນວນຫຼາຍຍັງບໍ່ແນ່ໃຈດ້ວຍວ່າຄະດີເຫລົ່ານີ້ຖືກປິດລົງດ້ວຍການຈັບຕົວຄົນຮ້າຍໄດ້ຈັກເປີເຊັນ


ພາບຈາກ້ອງຟລິມອາຍຸກວ່າຮ້ອຍປີຖືກຮວບຮວມເປັນຫນັງພາບຊື່ວ່າ ‘Murder in the City, New York, 1910–1920’ ແລະເມື່ອຫນັງສືພາບເຫລັ່ມນີ້ວາງຈຳຫນາຍກໍເກີດຄໍາວິພາກວິຈານວ່າພາບເຫລົ່ານີ້ຄວນຖືກທຳລາຍແທນທີ່ຈະລວມມາເປັນຮູບເຫລັ່ມ ແຕ່ບາງຄົນບອກວ່າການເຜີຍແຜ່ໃຫ້ເຫັນມຸມທີ່ເຈົ້າໜ້າທີ່ບໍ່ເຄີຍໃຫ້ປະຊາຊົນເຫັນມາກ່ອນເປັນສິ່ງທີ່ດີ ອັນນີ້ກໍແລ້ວແຕ່ມຸມມອງຂອງໃຜລາວແລ້ວວ່າ ເຮົາສາມາດຮັບໄດ້ກັບຮູບຖ່າຍເຫລົ່ານີ້ໄດ້ຫນ່ອຍ ຫຼື ຫລາຍສຳ່ໃດ.


ความคิดเห็น

โพสต์ยอดนิยมจากบล็อกนี้