ຫຼັງຈາກເປັນກະແສ ດາມ້າ Drama ອັນດົງດັງໃນໂລກໂຊຊ່ຽວຂອງປະເທດເພື່ອນບ້ານກ່ຽວກັບການນັ່ງເຮັດວຽກໃນຮ້ານກາແຟດົນ 9 ຊົ່ວໂມງ, ຈົນເປັນເຫດໃຫ້ເຈົ້າຂອງຮ້ານກາແຟຈໍາເປັນຕ້ອງໄດ້ໄລ່ລູກຄ້າຄົນດັ່ງກ່າວອອກຈາກຮ້ານ, ເຊິ່ງແອັດມິນກໍ່ເປັນຄົນໜຶ່ງທີ່ມັກໄປນັ່ງເຮັດວຽກຢູ່ຮ້ານກະແຟເປັນເວລາດົນໆບໍ່ຕໍ່າກວ່າ 2-4 ຊົ່ວໂມງ, ເປັນເຫດໃຫ້ແອັດມີນສົນໃຈວ່າ ມີສະຖານທີ່ໃດບໍ ? ທີ່ສາມາດເຮັດວຽກໄດ້ໝົດມື້ ໂດຍຈ່າຍຄ່າເຊົ່າເປັນລາຍມື້ ຫລື ລາຍຊົ່ວໂມງ, ທີ່ບໍ່ຈໍາເປັນຈະຕ້ອງໄປເຊົ່າອາຄານສຳນັກງານເປັນຫລັງ ຈ່າຍຄ່າເຊົ່າລາຍເດືອນ. ແລະແລ້ວ ແອັດມີນກະໄດ້ ຄໍາຕອບ, ນັ້ນກະຄື Co-Working Space ເລີຍເປັນສາເຫດທີ່ຢາກຈະນໍາສະເໜີໃຫ້ທຸກຄົນໄດ້ຮັບຮູ້ກ່ຽວກັບ Co-Working Space. Co-Working Space ແມ່ນຫຍັງ ? ຄໍາໆນີ້ ອາດຈະຟັງຄືສິ່ງໃຫມ່ສໍາຫລັບບ້ານເຮົາ ແຕ່ສຳຫລັບຕ່າງປະເທດນັ້ນຖືວ່າບໍ່ໃຫມ່ແລ້ວ ເນື່ອງຈາກເກີດຂຶ້ນມາຕັ້ງແຕ່ປີ 2005 ໃນບ້ານເຮົາຍັງຖືວ່າໃຫມ່ຫຼາຍ ເຮັດໃຫ້ຫຼາຍຄົນສົງໄສວ່າມັນແມ່ນຫຍັງ, ມັນດີແນວໃດ ເຂົາເຈົ້າມີຫຍັງໄວ້ບໍລິການແດ່ ມື້ນີ້ເຮົາຈະມາປອກເປືອກ Co-Working Space ນໍາກັນ. Co-Working Space ຄື ສະຖານທີ່ ທີ່ບັນດານັກທຸລະກິດໜ້າໃຫມ່, ເຈົ້າຂອງກິດຈະການຂະຫນາດນ້ອຍ ຫຼື ຄົນທີ່ເຮັ...