1
ສະໄຫມຈັກກະພັດ “ຈັດສຕິນຽນທີ່ 1 (Justinian I)” ແຫ່ງ “ໄບເຊັນທຽມ (Byzantium)” ໃນຊ່ວງສັດຕະວັດທີ່ 6 ເກີດໂຣກລະບາດຮ້າຍແຮງແຜ່ລາມໄປທົ່ວ
ເຊື້ອຮ້າຍຂ່າຄົນຕາຍໄປ 30-50ລ້ານຄົນ ອາດຈະນັບໄດ້ເຄິ່ງໜຶ່ງຂອງປະຊາກອນໂລກໃນຂະຫນາດນັ້ນ
ລະຫວ່າງນັ້ນ ອານາຈັກກໍ່ອອ່ນແອລົງເລື້ອຍໆ ອາລິຍະທຳອື່ນໆໃນຕະວັນອອກກາງ ອາຟິຮກາເໜືອ
ແລະບາງສ່ວນຂອງອາຊີຄ່ອຍໆ ຍືດພື້ນທີ່ຄືນ ຈັກກະພັດ “ຈັດສຕິນຽນ” ພະຍາຍາມຮວມດິນແດນເຫລົ່ານັ້ນເຂົ້າມາໃນອານາຈັກໂລມັນອີກ
ແຕ່ບໍ່ສຳເລັດ ແລະອານາຈັກໂລມັນກໍ່ບໍ່ເຄີຍລວມກັນໄດ້ອີກເລີຍ ຫລັງຈາກນັ້ນຢຸດມືດອັນແສນຍາວນານກໍ່ເລີ່ມຂື້ນ.
![]() |
2
ຄສ 1347-1351
ເກີດໂຣກລະບາດໄປທົ່ວທະວີບເອີຮົບ ຂ່າຊີວິດຄົນໄປບໍ່ຕໍ່າກວ່າ 25 ລ້ານຄົນ
ຕ້ອງໃຊ້ເວລາອີກກວ່າປະມານ 200 ປີປະຊາກອນເອີຮົບຈິ່ງຈະກັບໄປເທົ່າຕອນກ່ອນປີ 1347
ການລະບາດເທື່ອນີ້ຮູ້ຈັກກັນໃນນາມ “Black
Death”
ເປັນຈຸດເລີ່ມຕົ້ນຂອງການລົ່ມສະລາຍຂອງລະບົບທາດຕິດທີ່ດິນໃນບາງດິນແດນ ເພາະຄົນຕາຍໄປຫຼາຍ
ຄົນທີ່ເຫລືອລອດ ຈຶງມີຄວາມເປັນຢູ່ທີ່ດີຂື້ນ ຄົນງານມີໂອກາດໃນການງານທີ່ດີຂື້ນ ເກີດການຂັບເຄືອນທາງສັງຄົມ
ແຖມຍັງມີການໃຫ້ພັກຊໍາລະໜີ້ຊ່ວງສັ້ນໆ ໃຫ້ອີກດ້ວຍ.
![]() |
|
|
3
ສັັດຕະວັດທີ່ 15-17 ເມື່ອຄົນອັດສປາຍ(ສະເປນ) ຢຽບແຜ່ນດີນອາເມລີກາ
ພວກເຂົານຳພາໂລກລະບາດຮຸນແຮງໄປດ້ວຍ ເຈົ້າຖິ່ນພື້ນເມືອງທີ່ບໍ່ມີພູມຄຸນກັນໂຣກສັງເວີຍຊີວິດໄປເຖິງ
20 ລ້ານຄົນ ຫຼື 90% ຂອງປະຊາກອນ ຊາວເອີຮົບຈຶ່ງບຸກຄອບຄອງດິນແດນໃນອາເມລີກາສໍາເລັດ
ປຽນໃບໜ້າໂລກໄປຈາກເດີມ ນີ້ຄືປັດໄຈສຳຄັນທີ່ເຮັດໃຫ້ເອີຮົບຂຶ້ນມາຄອງເສດຖະກິດໂລກດ້ວຍອຳນາດຂອງເງິນແລະທອງຈາກດິນແດນອາເມລີກາໃຕ້ ເປັນປັດໄຈສຳຄັນຂອງຈຸດປ່ຽນໃຫ້ໂລກກາຍເປັນທຶນນິຍົມ.
![]() |
4
H1N1 ຫຼື ໄຂຫວັດສະເປນ
ໃນຊ່ວງປີ 1918-1919 ແຜ່ກະຈາຍໄປຍັງຜູ້ຄົນຕິດເຊື້ອເຖິງ 500ລ້ານຄົນ ໜຶ່ງໃນສາມຂອງປະຊາກອນໂລກ
ມີຄົນຕາຍຈາກໂຣກນີ້ເຖິງ 50ລ້ານຄົນທົ່ວໂລກ ການເກີດໂຣກລະບາດລະຫວ່າງສົງຄາມໂລກຄັ້ງທີ່ໜຶ່ງ
ເຮັດໃຫ້ການຈັດການແລະຮ່ວມມືດ້ານສາທາລະນະສຸກຕໍ່ຫຼາຍ ຈຶ່ງສົ່ງຜົນກວ່າງແລະຮ້າຍແຮງຜົນກະທົບຈາກການສູນເສຍໃຫຍ່ເທື່ອນີ້ຄືການເຮັດວິໄຈສຶກສາເພື່ອປ້ອງກັນການແຜ່ລະບາດບໍ່ໃຫ້ເກີດຄວາມເສຍຫາຍແບບນີ້ອີກ.
![]() |
|
|
5
ປີ 1968, 50 ປີຫລັງໄຂຫວັດສະເປນ ໄຂຫວັດຮ່ອງກົງ ຫຼື H3N2 ມີຜູ້ຕິດເຊື້ອຫ້າແສນຄົນນັບຈາກສອງອາທິດທີ່ຜູ້ຕິດເຊື້ອຜູ້ທໍາອິດຕວດພົບເຊື້ອທີ່ຮ່ອງກົງ
ມີຄົນຕາຍປະມານລ້ານຄົນວ່າກັນວ່າເປັນເຊື້ອທີພັດທະນາຕົວເອງຂື້ນມາຈາກໄຂຫວັດອາຊີໃນປີ
1957 ໂດຍໃຊ້ເວລາສີບປີເພື່ອອອກອາລະວາດກັບມະນຸດອີກຄັ້ງ ຫລັງການລະບາດເທື່ອນີ້
ສາທາລະນະສຸກໂລກຈຶ່ງໃຫ້ຄວາມສຳຄັນກັບວັກຊີນປ້ອງກັນໂຣກລະບາດບໍ່ໃຫ້ເກີດອີກໃນອານາຄົດ
![]() |
6
ໂຣກເອດເກີດຂື້ນໃນປີ 1981
ຕອນທຳອິດເປັນໂຣກຮຸນແຮງທີ່ເຮັດໃຫ້ຄົນລັງກຽດກັນ ທຸກວັນນີ້ເຖິງຄວາມຮູ້ສຶກນັ້ນລົດລົງແລ້ວ
ແຕ່ເອດຍັງຄົງຂ່າຊີວິດມະນຸດຢູ່ທຸກມື້ ຈົນເຖິງວັນນີ້ມີຄົນຕິດເຊື່ອເອດ 75 ລ້ານຄົນ 32
ລ້ານຄົນຕາຍເພາະເຊື້ອ HIV ເມືອມີກະແສລັງກຽດ ຄົນຮັກເພດດຽວກັນ
ຈຶ່ງເຮັດໃຫ້ອົງກອນ LGBTQ ທົ່ວໂລກສົ່ງສຽງແລະຂັບເຄືອນເພື່ອຕອບໂຕ້ຈົນເຂັ່ມແຂງກັນຫຼາຍຂື້ນລະຫວ່າງຊຸມປີ
1990
![]() |
7
ຊາສເກີດຈາກເຊື້ອໂຄໂລນ່າໄວຣັດໃນປີ 2002 ເລີ່ມຈາກ ມົນທົນກວາງຕຸ້ງແຜ່ກະຈາຍໄປ
26 ປະເທດ ຕີດເຊື້ອ 8,000 ຄົນ ຕາຍ 774 ຄົນ ນັກວິທະຍາສາດພົບວ່າ 86.9% ຂອງສານພັນທຸກຳຂອງ COVID-19 ຄ້າຍກັບ SARS, ຊາສ ເຮັດໃຫ້ຫຼາຍແຫ່ງຕະໜັກແລະລະວັງການແຜ່ລະບາດດ້ວຍການໃສ່ໜ້າກາກ
ຈົນກາຍມາເປັນພາບຕິດຕາ
![]() |
8
ໄຂ່ຫວັດໝູ H1N1 ເກີດໃນປີ 2009 ມີຜູ້ຕິດເຊື້ອ 60 ລ້ານຄົນ ຄົນຕາຍ
150,000-575,000 ຄົນ ເກີດຈາກໝູຕິດມາທີ່ຄົນ ຄວາມແປກຂອງມັນຄື
ໂຣກນີ້ເຮັດໃຫ້ຄົນທີ່ອາຍຸຕໍ່າກວ່າ 65 ປີຕາຍເປັນສ່ວນຫຼາຍ
ທັ້ງທີປົກກະຕິໂຣກລະບາດຈະຕິດກັບຄົນສູງອາຍຸໄດ້ຫຼາຍກວ່າ
ການຕິດເຊື່ອແຜ່ລາມຄ້າຍຄໍາເຕືອນໃຫ້ມະນຸດຕ້ອງຫາທາງປ້ອງກັນໂຣກລະບາດໃຫ້ດີກວ່າທີ່ເປັນຢູ່.
![]() |
| https://www.thairath.co.th/lifestyle/life/1042212 |
9
ອີໂບລ່າຄືຊື່ແມ່ນ້ຳໃກ້ຈຸດຕັ້ງຕົ້ນການແຜ່ລະບາດໃນປະເທດກິນີ
ປີ 2014 ອີໂບລ່າບໍ່ໄດ້ແຜ່ໄປຫຼາຍປະເທດ ມີຜູ້ຕິດເຊື້ອ 28,600 ຄົນ ເສຍຊີວິດ 11,325 ຄົນ
![]() |
10
COVID-19 ຊື່ງຕົວເລກຜູ້ຕິດເຊື້ອແລະເສຍຊີວິດຍັງບໍ່ຢຸດ ເຖິງແມ່ນວ່າໃນປັດຈຸບັນ(12/03/2020),
ປະເທດລາວຈະຍັງບໍ່ມີການປະກາດພົບຜູ້ຕິດເຊື້ອຢ່າງເປັນທາງການ. ແຕ່ມີການປະມານການວ່າອາດມີຜູ້ຕິດເຊື້ອໄດ້ເຖິງ
40% - 70% ຂອງປະຊາກອນທົ່ວໂລກ ມະຫາວິທະຍາໄລຂອງອົດສຕາລີປະເມີນວ່າມັນອາດຂ່າຊີວິດຄົນຈໍານວນຫລັກລ້ານ
ແລະທຸບ GDP ໂລກລົງ 2.4 ລ້ານລ້ານໂດລາ ແລະແນ່ນອນ,
ຍັງບໍ່ມີຈຸດສີ່ນສຸດທ້າຍຂອງໂຣກນີ້ວ່າມັນຈະນໍາໄປສູ້ຄວາມປຽນແປງຫຍັງແດ່ໃນໂລກແລະສັງຄົມມະນຸດ.
...










ความคิดเห็น
แสดงความคิดเห็น