ຊີວິດມິເລື້ອງຄຽດຫຼາຍແລ້ວ ມາຝືກສະໝອງສ້າງ POSITIVE MINDSET ກັນດີກວ່າ ໃນຊີວິດທີ່ມີເລື້ອງຊວນໃຫ້ຄວາມຄຽດກໍຕົວໃນຫົວສອງໝອງເກີດຂື້ນຮອບຕົວ ທຸກວັນ ຕະຫລອດເວລາ ງານທີ່ແສນຈະຄຽດ ຈະຜັກຜ່ອນເປີດ Internet ກໍເຈີແຕ່ເລື້ອງດຮ່າມ້າ ຫັນໄປຫາເພື່ອນຮ່ວມງານກໍເຈີຄົນລົບໆ ທີ່ແນມທຸກຢ່າງໃນແງ່ລົບໄປຫມົດ ອັນທີ່ຈິງທຸກຂໍ້ທີ່ເວົ້າມາບໍ່ແມ່ນແຕ່ເລື້ອງສົມມຸດ ຊີວິດເຮົາມັຮເຈີເລື້ອງທັງໝົດນີ້ໄດ້ຄົບໃນວັນດຽວແທ້ໆ ແລະຖ້າເຮົາຂາດສະຕິໄປ ສິ່ງເຫລົ່ານີ້ກໍພ້ອມຈະດຶງເຮົາໃຫ້ຈົມດິ່ງໄປກັບຄວາມຊືມເສົ່າທີ່ເຮັດໃຫ້ເຮົາກາຍເປັນຄົນຄິດລົບໄດ້ໂດຍບໍ່ຮູ້ຕົວ . ສິ່ງທີ່ເຮົາຕ້ອງທຳໃນຍຸກທີ່ຄວາມຮູ້ສຶກເປັນລົບຢູ່ຮອບຕົວ ຄືການຕັ້ງສະຕິ ມີສະມາຖິກັບຄວາມຄິດຂອງຕົວເອງໃຫ້ຫຼາຍ ຢ່າປ່ອຍໃຫ້ຄວາມຄິດລົບໆ ຮອບຕົວເອົາຊະນະຈິດໃຈເຮົາໄດ້ ຢ່າງທີ່ຄົນບູຮານໄດ້ກ່າວໄວ້ວ່າ ໃຈເປັນນາຍ ກາຍເປັນບ່າວ ເຮົາມີວິທີປັບປ່ຽນຄວາມຄິດໃຫ້ມີ Positive Mindset ເພື່ອໃຫ້ມີຄວາມສຸກກັບພລັງຄວາມຄິດດ້ານບວກ ຖີ່ມຄວາມທຸກໃຈຂົ້ວລົບໄວ້ບ່ອນເກົ່າ ຢ່າເອົາມັນມາຊໍ້າເຕີມສະໝອງເຮົາກັນອີກເລີຍ. What is Mindset ? Mindset ຄືຂະບວນການທາງຄວາມຄິດ ທັດສະນະຄະຕິ ມຸມມອງທີ່ມີຕໍ່ສິ່ງຮອບຕົວແລະໂລກໃບນີ້ ຊື່ງມັນຈະມີຜົນຫຼາຍກັບອາລົມແລະພຶດຕິກຳຂອງເຮົ...