ເປີດພາບຊີວິດຈີງຂອງຊົນຊັ້ນ "ປໍລະສິດ"ໃນ seoul
“ຊົນຊັ້ນປໍລະສິດ” (parasite) ຮູບເງົາສຽດສີສັງຄົມເກົາຫຼີໃຕ້ທີ່ປະສົບຄວາມສຳເລັດດີເກີນຄາດທັ້ງດ້ານລາຍໄດ້ແລະສຽງວິຈານ ບອກເລົ່າເລື້ອງລາວຄວາມເລື່ອມລ້ຳຂອງຄອບຄົວຄົນລວຍທີ່ຢູ່ໃນຄະລືຫາດຫລູຫລາໃນເມືອງໂຊເມືອງຫຼວງຂອງປະເທດເກົາຫຼືໃຕ້
ເຖິງແມ່ນວ່າເນື້ອຫາໃນຮູບເງົາເລື່ອງນີ້ເປັນພຽງນິຍາຍທີ່ແຕ່ງຂື້ນ ແຕ່ວ່າຫ້ອງພັກທີ່ໃຊ້ເປັນຊາກຖ່າຍທຳກັບເປັນສະຖານທີ່ຈິ່ງ ຊຶ່ງຄົນເກົ່າຫຼີ ເອີ້ນຫ້ອງພັກທີ່ຊັ້ນກຶ່ງໃຕ້ດີນແບບນີ້ວ່າ “ພັນຈີຮາ” ແລະມີຜູ້ຄົນນັບພັນໃນ ໂຊ seoul ທີ່ພັກອາໃສຢູ່ໃນຫ້ອງລັກສະນະນີ້
ຈູລີຍຸນ ຜູ້ສື່ຂ່າວບີບີຊີພາກພາສາເກົ່າຫຼີ ໄດ້ໂອລົມກັບພວກເຂົາເພື່ອຄົ້ນຫາວ່າຊີວິດໃນຫ້ອງເຊົ່ານ້ອຍໆເທົ່າຮູໜູເປັນແນວໃດ
ທີ່ “ພັນຈີຮາ” ຂອງ ໂອ ຄີຊໍ ເອີ້ນໄດ້ວ່າແທບບໍ່ມີແສງສະຫວ່າງສ່ອງເຖິງເລີຍ
ຂະຫນາດດຽວກັນ ຜູ້ຄົນທີ່ຍາງຜ່ານໄປມາກໍສາມາດແນມເຂົ້າໄປພາຍໃນຫ້ອງພັກຂອງລາວໄດ້ ພວກໄວລຸ້ນມັກສູບຢາທີ່ດ້ານນອກຫ້ອງລາວ ຫຼືບໍ່ກະຖົ່ມນໍ້າລາຍລົງພື້ນໜ້າຫ້ອງ
ໃນຊ່ວງໜ້າຮ້ອນ ໂອ ຄີຊໍ ຕ້ອງປະເຊີນກັບຄວາມຊຸ່ມທີ່ຍາກຈະທົນທານລວມທັງຕ້ອງສູ້ກັຍບັນຫາເຊື່ອລາທີ່ຜຸດຂື້ນຢ່າງໄວວາພາຍໃນຫ້ອງ
ຫ້ອງນໍ້າຂະຫນາດນ້ອຍທີ່ບໍ່ມີອ່າງລ້າງໜ້າ ມີພື້ນທີ່ຍົກສູງເໜືອພື້ນຫ້ອງປະມານເຄິງແມັດ ເພດານຫ້ອງນໍ້າຕໍ່າຈົນລາວຈະຕ້ອງຢືນກາງຂາອອກຈາກກັນເພື່ອບໍ່ໃຫ້ຫົວຕໍາກັບເພດານ
ໂອ ອາຍຸ 31 ປີ ຊື່ງເຮັດວຽກໃນອຸດສາຫະກຳໂລຈິດຕິກເລົ່າວ່າ “ຕອນທີ່ຂ້ອຍຍ້າຍເຂົ້າໄປແລກໆ ຂ້ອຍມີຮອຍຊໍ້າເຕັມໂຕຈາກການທີ່ໜ້າແຂ່ງໄປຕໍາກັນຂັ້ນ ຄັນໄດ ແລະ ຮອຍຖະລອກຈາກແຂຍທີ່ຂູດໄປກັບພ່າຫ້ອງຄອນກຣິດ”
ແຕ່ຕອນນີ້ລາວເລີ່ມຄຸ້ນເຄີຍກັບມັນແລ້ວ
“ຂ້ອຍຮູ້ຕໍາແໜ່ງຂອງເຫຼຽມມຸມຕ່າງໆ ແລະໄຟທຸກດວງ”
ຊົນຊັ້ນປໍລະສິດ ຜົນງານຂອງຜູ້ກໍາກັບຊື່ດັງ ບອງ ຈຸນ ໂຮ ບອກເລົ່າເລື້ອງລາວທີ່ຫັກມຸມລະຫວ່າງຄົນລວຍແລະຄົນຈົນໃນສັງຄົມເກົາຫຼີໃຕ້
ຮູບເງົານໍາສະເໜີພາບຄວາມແຕກຕ່າງສຸດຂົ້ວລະຫວ່າງ 2 ຄອບຄົວ ຄື ຄອບຄົວ ປັກ ທີມີຖານະມັ່ງຄັ່ງ ກັບຄອບຄົວ ຄີມ ທີ່ຍາກຈົນ ຜ່ານສະພາບເຮືອນຂອງພວກເຂົາຄື ຄະລືຫາດຫລູຫລາເທິງພູ ກັບຫ້ອງຊັ້ນເຄິ່ງໃຕ້ດີນທີ່ແສນຊຸດໂຊມ
ໃນຊີວິດຈີງ ພັນຈີຮາ ເປັນເຮືອນທີ່ຄົນໜຸ່ມສາວນັບພັນເລືອກໃຊ້ພັກອາໃສໃນລະຫວ່າງທີ່ພວກເຂົາເຮັດວຽກແລະຫວັງສ້າງອານາຄົດທີ່ດີຂື້ນໃນເມືອງຫຼວງຂອງເກົາຫຼີໃຕ້
ສາຍລັບຕິດອາວຸດຂອງເກົາຫຼີເໜືອໄດ້ແຊກຊືມເຂົ້າໄປໃນເກົາຫລີໃຕ້ ແລະເກີດເຫດກໍ່ການຮ້າຍຂື້ນຫຼາຍຄັ້ງ
ດ້ວຍຄວາມຢ້ານກົວວ່າສະຖານະການຈະທະວີຄວາມຮູນແຮງຂື້ນໃນປີ 1970 ລັດຖະບານເກົາຫລີໃຕ້ໄດ້ປັບປຸງກົດໝາຍກ່ຽວກັບອາຄານ ໂດຍກຳນົດໃຫ້ອາຄານສ້າງໃຫມ່ທີມີຄວາມສູງບໍ່ຫຼາຍຈະຕ້ອງມີຊັ້ນໃຕ້ດີນເພື່ອໃຊ້ເປັນຂຸມຫຼົບໄພໃນກໍລະນີທີ່ເກີດພາວະສຸກເສີນດ້ານຄວາມໝັ່ນຄົງຂອງຊາດ
ໃນຕອນທຳອິດ ການປ່ອຍເຊົ່າພັນຈີຮາເປັນສິ່ງຜິດກົດໝາຍ ແຕ່ໃນຊ່ວງທີ່ເກີດ ວິກິດທີ່ພັກອາໃສໃນທົດສະວັດທີ່ 1980 ກລຸງໂຊມີທີ່ພັກອາໃສບໍ່ພຽງພໍຕໍ່ຄວາມຕ້ອງການຂອງປະຊາຊົນ ຈືງເຮັດໃຫ້ລັດຖະບານຕ້ອງຍອມໃຫ້ປະຊາຊົນໃຊ້ພື້ນທີ່ຊັ້ນໃຕ້ດີນເປັນທີ່ພັກອາໃສໄດ້ຢ່າງຖືກຕ້ອງຕາມກົດໝາຍ
ສະຖິຕິພົບວ່າ ສັດສ່ວນຮະຫວ່າງຄ່າເຊົ່າເຮືອນແລະລາຍໄດ້ຂອງຄົນໃນຊ່ວງອາຍຸຕໍ່າກວ່າ 35 ປີ ຍັງຢູ່ທີປະມານ 50% ໃນຊ່ວງສີບປີຜ່ານມາ
ດັງນັ້ນຫ້ອງພັກທີ່ຊັ້ນເຄິງໃຕ້ດິນຈືງເປັນຕົວເລືອກທີ່ສາມາດເຂົ້າເຖິງໄດ້ງ່າຍກວ່າໃນພາວະທີ່ລາຄາເຮືອນພຸງສູງຂື້ນຢ່າງໄວວາ ໂດຍຄ່າເຊົ່າລາຍເດືອນຂອງຫ້ອງພັກລັກສະນະນີ້ຢູ່ປະມານ 540,000 ວອນ ( ປະມານ 4,331,000 ກີບ) ຂະຫນາດທີ່ເງີນເດືອນສະເລ່ຍຂອງຄົນໃນຊ່ວງອາຍຸ 20 ປີເສດ ຢູ່ປະມານ 2 ລ້ານວອນ ( ປະມານ 16,043,000)
ແມ່ນວ່າຜູ້ພັກອາໃສໃນພັນຈີຮາຈະປະສົບປັນຫາກ່ຽວກັບຄ່ານິຍົມເຊີງລົບທີ່ສັງຄົມມີຕໍ່ຜູ້ຢູ່ອາໃສທີ່ພັກລັກສະນະນີ້ ແຕ່ຫຼາຍຄົນກໍເລີ່ມຄຸ້ນຊີນກັບມັນ
“ຂ້ອຍເລືອກບ່ອນນີ້ເພື່ອປະຍັດເງີນ ແລະປະຫຍັດໄດ້ຫຼາຍຈາກການຢູ່ບ່ອນນີ້ ແຕ່ຂ້ອຍກໍຄິດວ່າຂ້ອຍບໍ່ສາມາດຈະຫ້າມຜູ້ຄົນບໍ່ໃຫ້ຮູ້ສືກເວທະນາສົງສານຂ້ອຍໄດ້”
“ໃນເກົາຫຼີໃຕ້ຜູ້ຄົນຄິດວ່າເປັນເລືອງສຳຄັນທີ່ຈະຕ້ອງມີລົດແລະເຮືອນທີ່ດູດີ ຂ້ອຍຄິດວ່າ ພັນຈີຮາ ເປັນສັນຍາລັກຂອງຄວາມຍາກຈົນ”
“ບາງທີ ນີ້ຈື່ງອາດອະທິບາຍວ່າເປັນຫຍັງທີ່ທີ່ຂ້ອຍຢູ່ຈື່ງນິຍາມຕົວຕົນຂອງຂ້ອຍ”
ໃນຊ່ວງກາງຂອງຮູຍເງົາຊົນຊັ້ນປໍລະສິດ ຄອບຄົວຄີມທີ່ຍາກຈົນໄດ້ແຊກຊືມເຂົ້າໄປໃນຊີວິດຂອງຄອບຄົວປັກທີ່ລ້ຳລວຍເພື່ອຫາເງີນຈາກພວກເຂົາ ເນື້ອຫາໃນເລື່ອງເລົ່າເຖິງ ທາຊົງ ລູກຊາຍຫລ່າຂອງຄອບຄົວປັກທີ່ຮັບຮູ້ເຖິງ “ກິ່ນສາບ”ຂອງສະມາຊີກຄອບຄົວຄີມ
ຕອນທີ່ ຄີມ ກີແທັກ ພໍ່ຂອງຄອບຄົວພະຍາຍາມກຳຈັດກິ່ນດັ່ງກ່າວ ລູກສາວຂອງລາວເວົ້າຢ່າງເຢັນຊາວ່າ “ມັນເປັນກິ່ນອັບຂອງຫ້ອງຊັ້ນໃຕ້ດີນ ກິ່ນຈະບໍຫາຍໄປຈົນກວ່າເຮົາຈະຍ້າຍອອກໄປຈາກບ່ອນນີ້”
ຕອນທຳອິດປັກເລືອກຢູ່ບ່ອນນີ້ດ້ວຍເຫດຜົນທີ່ບໍ່ຊັບຊ້ອນ ນັ້ນຄື ລາຄາຍ່ອມເຍົາແລະຂະຫນາດຂອງຫ້ອງ
ຢ່າງໃດກໍຕາມ ລາວກໍອົດຄິດເຖິງເລືອງ “ກິ່ນ” ບໍ່ໄດ້ຫລັງຈາກໄດ້ເບິ່ງຮູບເງົາເລືອງນີ້ “ຂ້ອຍບໍ່ຢາກມີກິ່ນຄືຄອບຄົວຄີມ” ປັກ ກ່າວ
ລະດູຮ້ອນປີນັ້ນ ປັກ ລະດົມຈຸດທູບຫອມແບບນັບບໍ່ຖ້ວນ ແລະເປິດເຄື່ອງດູດຄວາມຊີ່ນແທບຕະຫລອດເວລາ ລາວວ່າຮູບເງົາເລື້ອງນີ້ຊ່ວຍກະຕຸ້ນໃຫ້ລາວປັບປຸງແລະຕົກແຕ່ງຫ້ອງໃຫ້ດີຂື້ນ
“ຂ້ອຍບໍ່ຢາກໃຫ້ຜູ້ຄົນຮູ້ສືກເວທະນາສົງສານຂ້ອຍ ພຽງເພາະຂ້ອຍອາໃສຢູ່ຊັ້ນໃຕ້ດິນ” ປັກບອກ
ປັກແລະແຟນສາວ ຊີມ ມີນ ທຳວີດີໂອບັນທືກການປັບປຸງຫ້ອງເຊົ່າຂອງພວກລາວ ແລະພໍໃຈກັບຜົນລັບທີ່ໄດ້ ແຕ່ມັນກໍກິນເວລາຫຼາຍເດືອນກວ່າຈະມາເຖິງຈຸດນີ້
ຊີມ youtuber ອາຍຸ 24ປີ ຄັດຄ້ານຢ່າງຮຸນແຮງຕອນທີ່ປັກຕັດສີນໃຈຈະຍ້າຍເຂົ້າໄປຢູ່ພັນຈີຮາ
“ຂ້ອຍມີມຸມມອງແງ່ລົບຕໍ່ພັນຈີຮາ ມັນເບິ່ງຄືບໍ່ປອດໄພ ມັນເຮັດໃຫ້ຂ້ອຍນືກເຖິງດ້ານມີດຂອງໂຊ ຂ້ອຍເຕີບໃຫຍ່ມາໃນອາພາດເມັ້ນສູງມາທັ້ງຊີວິດ ຂ້ອຍຈື່ງຮູ້ສືກເປັນຫວ່ງແຟນ”
“ເຮົາຮັກບ້ານຂອງເຮົາແລະພູມໃຈກັບສີ່ງທີ່ເຮົາເຮັດບ່ອນນີ້” ມີນກ່າວ ແຕ່ຂະຫນາດດຽວກັນລາວກໍບອກວ່ານີ້ບໍ່ໄດ້ໝາຍຄວາມວ່າທັ້ງຄູ່ຄິດຈະລົງຫລັກປັກຖານຢູ່ທີ່ນີ່ຕະຫຼອດໄປ “ເຮົາຈະຍ້າຍຂື້ນໄປຢູ່ໃນທີ່ສູງຂື້ນ”
ສ່ວນ ໂອ ກໍກຳລັງເກັບອອມເງີນຊື້ເຮືອນຂອງຕົນເອງ ລາວຄິດວ່າການຢູ່ໃນຫ້ອງເຊົ່າ ລາຄາຖືກທີ່ຊັ້ນເຄິ່ງໃຕ້ດິນນີ້ຈະຊ່ວຍໃຫ້ຄວາມຝັນຂອງລາວເປັນຈິງໄດ້ໄວຂື້ນ
“ສິ່ງທີ່ຂ້ອຍເສຍໃຈຄື ເອພຣິ ແມວຂອງຂ້ອຍບໍ່ສາມາດມ່ວນຊື່ນໄປກັບແສງແດດທີ່ສາດສ່ອງເຂົ້າມາທາງປ່ອງອ້ຽມຫ້ອງໄດ້”
ຊົນຊັ້ນປໍລະສິດ ໂດຍຜູ້ກຳກັບ ບອງຈຸນໂຮ ສ້າງປະຫວັດສາດເປັນຮູບເງົາເກົາຫຼີເລື້ອງທຳອິດທີ່ໄດ້ຮັບການສະເໜີຊື່ເຂົ້າຊິງລາງວັນ ອ໋ອດສກາ ສາຂາຮູບເງົາຍອດຍຽມ ລວມແລ້ວໄດ້ຮັບການສະເໜີຊື່ເຂົ້າຊິງທັງໝົດ 6 ລາງວັນດ້ວຍກັນ.
Credit ຂໍມູນ : https://www.bbc.com/thai/features-51366284?at_custom2=facebook_page&at_medium=custom7&at_custom3=BBC+Thai&at_campaign=64&at_custom4=EBF3E076-474A-11EA-8DC9-4594C28169F1&at_custom1=%5Bpost+type%5D&fbclid=IwAR1EgmsuorAw7LPsvgFRlW5WaQ9SLxRdYy50RU29rHp1EZEKDIA4djHy0Hc
ທຸກຮູບພາບຖ່າຍເປັນລິກະສິດຂອງ ຈູລີຍຸນ










ความคิดเห็น
แสดงความคิดเห็น