ຫຼັງຈາກເປັນກະແສ ດາມ້າ Drama ອັນດົງດັງໃນໂລກໂຊຊ່ຽວຂອງປະເທດເພື່ອນບ້ານກ່ຽວກັບການນັ່ງເຮັດວຽກໃນຮ້ານກາແຟດົນ 9 ຊົ່ວໂມງ, ຈົນເປັນເຫດໃຫ້ເຈົ້າຂອງຮ້ານກາແຟຈໍາເປັນຕ້ອງໄດ້ໄລ່ລູກຄ້າຄົນດັ່ງກ່າວອອກຈາກຮ້ານ, ເຊິ່ງແອັດມິນກໍ່ເປັນຄົນໜຶ່ງທີ່ມັກໄປນັ່ງເຮັດວຽກຢູ່ຮ້ານກະແຟເປັນເວລາດົນໆບໍ່ຕໍ່າກວ່າ 2-4 ຊົ່ວໂມງ, ເປັນເຫດໃຫ້ແອັດມີນສົນໃຈວ່າ ມີສະຖານທີ່ໃດບໍ ? ທີ່ສາມາດເຮັດວຽກໄດ້ໝົດມື້ ໂດຍຈ່າຍຄ່າເຊົ່າເປັນລາຍມື້ ຫລື ລາຍຊົ່ວໂມງ, ທີ່ບໍ່ຈໍາເປັນຈະຕ້ອງໄປເຊົ່າອາຄານສຳນັກງານເປັນຫລັງ ຈ່າຍຄ່າເຊົ່າລາຍເດືອນ. ແລະແລ້ວ ແອັດມີນກະໄດ້ຄໍາຕອບ, ນັ້ນກະຄື Co-Working Space ເລີຍເປັນສາເຫດທີ່ຢາກຈະນໍາສະເໜີໃຫ້ທຸກຄົນໄດ້ຮັບຮູ້ກ່ຽວກັບ Co-Working Space.
Co-Working Space ແມ່ນຫຍັງ ? ຄໍາໆນີ້ ອາດຈະຟັງຄືສິ່ງໃຫມ່ສໍາຫລັບບ້ານເຮົາ ແຕ່ສຳຫລັບຕ່າງປະເທດນັ້ນຖືວ່າບໍ່ໃຫມ່ແລ້ວ ເນື່ອງຈາກເກີດຂຶ້ນມາຕັ້ງແຕ່ປີ 2005 ໃນບ້ານເຮົາຍັງຖືວ່າໃຫມ່ຫຼາຍ ເຮັດໃຫ້ຫຼາຍຄົນສົງໄສວ່າມັນແມ່ນຫຍັງ, ມັນດີແນວໃດ ເຂົາເຈົ້າມີຫຍັງໄວ້ບໍລິການແດ່ ມື້ນີ້ເຮົາຈະມາປອກເປືອກ Co-Working Space ນໍາກັນ.
Co-Working Space ຄື ສະຖານທີ່ ທີ່ບັນດານັກທຸລະກິດໜ້າໃຫມ່, ເຈົ້າຂອງກິດຈະການຂະຫນາດນ້ອຍ ຫຼື ຄົນທີ່ເຮັດວຽກແບບອິດສະຫຼະ(freelance) ໃຊ້ເປັນສະຖານທີ່ເຮັດວຽກ ໂດຍທີ່ແຕ່ລະຄົນນັ້ນ ບໍ່ໄດ້ເປັນເຈົ້າຂອງສະຖານທີ່ ແຕ່ເປັນການເຊົ່າໃຊ້ ອາດຈະເຊົ່າເປັນວັນ ເປັນເດືອນ ຫຼື ເປັນປີ ຕາມຂໍ້ຕົກລົງກັບເຈົ້າຂອງ Co-Working Space ນັ້ນໆ ຖ້າໃຜຍັງນືກພາບບໍ່ອອກ ໃຫ້ລອງນືກເຖິງຕືກຂະຫນາດນ້ອຍແຫ່ງໜືງ ຊຶ່ງເຈົ້າຂອງໄດ້ຕົກແຕ່ງເອົາໄວ້ໃຫ້ເໝາະກັບການເປັນສະຖານທີ່ເຮັດວຽກ ມີໂຕ້ະເຮັດວຽກ ມີຫ້ອງເຮັດວຽກ ມີຫ້ອງປະຊຸມ ມີລະບົບອິນເຕີເນັດ ມີເຄື່ອງສຳຫລັບຫ້ອງການ ມີອາຫານ ແລະເຄື່ອງດື່ມໄວ້ໃຫ້ບໍລິການ ຈາກນັ້ນກໍຈະຄິດຄ່າບໍລິການຄົນທີ່ຈະມາໃຊ້ສະຖານທີ່ຕາມລາຄາທີ່ໄດ້ກຳນົດໄວ້ ເຊັ່ນ: ໃຊ້ໂຕ້ະເຮັດວຽກພ້ອມ ອິນເຕີເນັດ ມືລະຈັກພັນກີບ, ຄ່າເຊົ່າຫ້ອງປະຊຸມຄັ້ງລະເທົ່າໃດ ເປັນຕົ້ນ.
ຂໍ້ດີຂອງ Co-Working Space
1. ເຮົາບໍ່ຕ້ອງມີ office ເປັນຂອງຕົວເອງສຳລັບເລີ່ມກິດຈະການ
2. ປະຍັດຕົ້ນທືນເລື້ອງສະຖານທີ່ໃຫ້ກັບຜູ້ປະກອບການໃຫມ່ໆ
3. ຈ່າຍຄ່າເຊົ່າຫ້ອງປະຊູມເມື່ອຕອ້ງການໃຊ້ເທົ່ານັ້ນ
4. ເປັນແຫຼ່ງພົບປະແລກປ່ຽນຄວາມຄິດເຫັນຂອງບັນດາຜູ້ປະກອບການໜ້າໃຫມ່
5. Co-Working Space ມັກຢູ່ໃນຈຸດທີ່ເດີນທາງ ໄປມາສະດວກ
6. ສ້າງແຮງບັນດານໃຈໄດ້ດີກວ່າການນັ່ງເຮັດວຽກຄົນດຽວຢູ່ບ້ານ ແລະປະຍັດກວ່າການສ້າງສຳນັກງານເອງ
7. ເລີກໃຊ້ບໍລິການໄດ້ເມືອຫມົດສັນຍາ ຫຼືຕ້ອງການໄປເຮັດວຽກທີ່ Co-Working Space ແຫ່ງໃຫມ່
ຫຼາຍຄົນ ໜ້າຈະໄດ້ໄອເດຍກ່ຽວກັບ Co-Working Space ກັນແລ້ວ ໃຜຕ້ອງການສັງຄົມການເຮັດວຽກຮູບແບບໃຫມ່ ແຖມປະຍັດຕົ້ນທືນການສ້າງສໍານັກງານ Co-Working Space ກໍເປັນທາງເລືອກທີ່ດີຫຼາຍ.
ສຳຫລັບໃນປະເທດລາວເຮົາໂດຍສະເພາະແມ່ນໃນຕົວເມືອງໃຫຍ່ໂດຍສະເພາະໃນນະຄອນຫຼວງວຽງຈັນ ກໍ່ເລີມມີ Co-Working Space ໄວ້ໃຫ້ບໍລິການແລ້ວ ໃຜທີ່ສົນໃຈກໍ່ສາມາດເຂົ້າໄປເບິ່ງໄດ້ ຕາມລີ້ງ:
- The Studio: https://www.coworker.com/laos/vientiane/the-studio
- Toh Lao: https://www.coworker.com/laos/vientiane/toh-lao
- Toong Samsenthai: https://www.coworker.com/laos/vientiane/toong-samsenthai
ຂໍ້ມູນອ້າງອິງ:
http://www.deskmag.com/th/what-is-coworking-001
https://www.xn--12cg1cxchd0a2gzc1c5d5a.net/co-working-space/

ความคิดเห็น

โพสต์ยอดนิยมจากบล็อกนี้

MURDER SCENE 1910 : ຮູບຖ່າຍຈາກເຫດການຂ້າຕະກຳໃນ ມະຫານະຄອນ “ນິວຢອກ” ທີ່ຢ້ຳເຕືອນວ່າທຸກພື້ນທີ່ລ້ວນມີເລື້ອງລາວ