“ແຟນຂ້ອຍເປັນໂຣດຊືມເສົ້າ”
ສິ່ງທີ່ຕ້ອງເຂົ້າໃຈເມື່ອຄົນຮັກຊືມເສົ້າເພາະເຮົາຈະຜ່ານໄປດ້ວຍກັນ
ໃນໜຶ່ງຊີວິດນີ້ເຮົາທຸກຄົນລ້ວນເຄີຍປ່ວຍ ເຮົາອາດເຄີຍເປັນຫວັດເພາະອາກາດປ່ຽນແປງ
ເຮົາອາດເຄີຍເປັນໄຂ່ເລືອດອອກເພາະຖືກຍຸງລາຍທີ່ມີເຊື້ອກັດ
ເຮົາອາດຈະເຄີຍເປັນໄມເກນເພາະຄຽດກັບງານທີ່ຫຼາຍເກີນໄປ
ການປ່ວຍຈື່ງເກີດຂື້ນໄດ້ກັບທຸກຄົນເປັນປົກກະຕິ ແລະອາການປ່ວຍສ່ວນໃຫຍ່ຮັກວາໃຫ້ຫາຍ
ຫຼືຫາວິທີຮ່ວມຢູ່ກັບອາການໄດ້
ເມື່ອຮ່າງກາຍປ່ວຍໄດ້ ກໍໝາຍຄວາມວ່າຄວາມຮູ້ສຶກ
ຈິດໃຈທີ່ຜ່ານການສັງການຈາກສະໝອງນັ້ນປ່ວຍໄດ້ເຊັ່ນກັນ
ດັ່ງນັ້ນຈື່ງບໍ່ແມ່ນເລື້ອງແປກຫຍັງຖ້າເຮົາຈະໄດ້ເຈີຄົນທີ່ປ່ວຍໃຈໃນຊີວິດ ບາງຄົນເປັນໂຣກຊືມເສົ້າ
ບາງຄົນເປັນໄບໂພລາ ບາງຄົນເປັນໂຣດຄຽດ ແຕ່ເມື່ອຄົນໃກ້ຮຕົວ
ໂດຍສະເພາະຄົນທີ່ເຮົາຮັກປ່ວຍໃຈ ເຮົາຄົງຢາກຮູ້ວ່າເຮົາຄວນເຂົ້າໃຈໂຣດຊືມເສົ້າແບບໃດ
ມີຫຍັງທີ່ເຮົາຕ້ອງຍອມຮັບແດ່ ມືື້ນີ້ THE
SUGGEST ຊວນທຳຄວາມເຂົ້າໃຈໄປພ້ອມກັນ
ແງ່ບວກຫຼາຍໄປບໍ່ຊ່ວຍຫຍັງ.
ເຮົາລ້ວນເຮັດຫຍັງ ເວົ້າຫຍັງກັບຄົນທີ່ເຮົາຮັກ ເພາະຄວາມຫວັງດີ
ໂດຍສະເພາະເມື່ອເຂົາເຈົ້າປ່ວຍ ເຮົາຍິ່ງຮູ້ສຶກວ່າຢາກໄລ່ເມກຫມອກແຫ່ງຄວາມມີດມົນ
ທີ່ເຂົາເຈົ້າຮູ້ສືກອອກໄປໃຫ້ພົ້ນ ເຮົາເລີຍເລືອກໂຍນ “ກ້ອນການມອງແງ່ບວກ” ໃສ່ເຂົາຮັວໆ
ໃນວັນທີ່ເຂົາບອກຄວາມຮູ້ສືກວ່າເສົ້າ ເຮົາກໍດັນໄປບອກເຂົາວ່າຢ່າຄິດຫຼາຍເລີຍ ມີຄົນລຳບາກບັກຫຼາຍໆ
ເສົ້າເຮັດຫຍັງ ຊີວິດມີສິ່ງສວຍງາມອີກຫຼາຍ
ແມ້ເຮົາຈະພະຍາຍາມຊວນໃຫ້ເຂົາມອງໂລກໃນແງ່ບວກເພາະເຈນຕະນາດີ
ແຕ່ຢ່າລືມວ່າການເວົ້ານີ້ແບບນີ້ຫຼາຍເກີນໄປ ມັນບໍ່ຕ່າງຈາການທີ່ເຮົາມອງຂ້າມສິ່ງທີ່ເຂົາຮູ້ສຶກ
ຫຼືບອກວ່າເຂົາຜິດເອງທີ່ບໍ່ມອງໂລກໃນແງ່ບວກ
ດັ່ງນັ້ນເຈົ້າຕ້ອງຢ່າລືມວ່າເຂົາບໍ່ໄດ້ຢູ່ໆ ຢາກເສົ້າຫຼືຫໍ່ຫຽວແບບນີ້
ແຕ່ມັນຄືອາການຂອງໂຣດ ຄືເວລາເປັນຫວັດແລ້ວນ້ຳມູກໄຫລ ເຮົາຫ້າມນໍ້າມູກບໍ່ໄດ້
ເຊັ່ນດຽວກັບທີ່ຈະໄປຫ້າມເຂົາເສົ້າບໍ່ໄດ້
ສິ່ງທີ່ດີທີ່ສຸດຄືການພະຍາຍາມຮັບຟັງເວລາເຂົາບອກວ່າເຂົາຮູ້ສຶກຫຍັງ ໂດຍບໍ່ຕັດສິນສິ່ງທີ່ເຂົາຮູ້ສຶກ
ຢືນຄຽງຂ້າງທຸກເປົ້າໝາຍຂອງເຂົາເຈົ້າ
ສິ່ງໜຶ່ງທີ່ເກີດຂື້ນເມື່ອເປັນໂຣດຊືມເສົ້າຄືການຂາດແຮງຈູງໃຈ
ການບໍ່ສາມາດຫາເປົ້າໝາຍໃດ ໆ ໃນຊີວິດໃຫ້ຢາກໄປເຖິງ ແລະເພາະສິ່ງນີ້ຈື່ງເຮັດໃຫ້ຄົນເປັນຊືມເສົ້າຮູ້ສຶກວ່າຊີວິດຂອງຕົວເອງບໍ່ມີຄວາມໝາຍ
ຫຼືບໍ່ຮູ້ຈະຢູ່ໄປເຮັດຫຍັງ ຈື່ງສຳຄັນທີ່ເຮົາຈະຊ່ວຍແນະນຳ ຫຼືຊວນເຂົາມາລອງເປົ້າໝາຍ
ຮວມເຖິງຢືນຄຽງຂ້າງທຸກໆ ເປົ້າໝາຍຂອງເຂົາ
ໃນຫ້ວງເວລາທີ່ສານສື່ປະສາດເຮັດວຽກຜິດປົກຕິການລຸກຂື້ນມາອາບນໍ້າ
ດູແລຕົວເອງ ກິນເຂົ້າໃຫ້ຄົບມື້ອາດຈະຄືເປັນເລື້ອງທຳມະດາສາມັນ ແຕ່ສຳຫລັບຄົນປ່ວຍບາງຄົນທີ່ບໍ່ຮູ້ຈະມີຊີວິດຢູ່ໄປເຮັດຫຍັງ
ການທີ່ໃນໜຶ່ງມື້ເຂົາຕັ້ງເປົ້າໝາຍວ່າມື້ນີ້ເຂົາເຈົ້າຈະລຸກຂື້ນມາແຕ່ງໂຕ ດູແລຕົວເອງ
ຫຼືກິນຂອງແຊບໆ ກໍຖືເປັນເປົ້າໝາຍທີ່ມີຄວາມໝາຍສຳຫລັບເຂົາຫຼາຍແລ້ວ
ດັ່ງນັ້ນໃນຖານະຄົນຮັກ ຢ່າໄປຕັດສິນວ່າເປົ້າໝາຍສຳນີ້ເອງໃດ ? ຫຼືເປັນຫຍັງບໍ່ຕັ້ງເປົ້າໝາຍດີໆ ໃຫຍ່ໆ ແດ່ ? ແຕ່ລອງຊວນເຂົາຫາເປົ້າໝາຍນ້ອຍໆ ໃນແຕ່ລະມື້ ແລະຢືນຢູ່ຂ້າງເຂົາ
ສະໜັບສະໜູນ ແລະຊື່ນຊົມເມື່ອເຂົາເຮັດໄດ້ສຳເລັດ ສິ່ງນີ້ຈະມີຄວາມໝາຍຫຼາຍ
ຮັກກັນໄດ້ ແຕ່ຕ້ອງແນະນຳໃຫ້ເຂົາໄດ້ຮັບການຮັກສາທີ່ຖືກຕ້ອງ
ແມ້ເຮົາຈະນິຍາຍຕົວເອງວ່າເຮົາຄືຄົນທີ່ເຂັ່ມແຮງກວ່າ
ແລະເຮົາຮູ້ສຶກວ່າເຮົາຕ້ອງຮັບຜິດຊອບດູແລຄົນທີ່ເຮົາຮັກໃຫ້ຫາຍໃຫ້ໄວທີ່ສຸດ
ແຕ່ຢ່າລືມວ່າບໍ່ມີໃຜເປັນຊຸບເປີ້ຮີໂລທີ່ແບກຮັບໄດ້ທຸກຢ່າງ ແລະເຮົາເອງກໍບໍ່ແມ່ນຫມໍ
ການທີ່ຄົນຮັກເຮົາປ່ວຍຕ້ອງການກໍາລັງໃຈຕ້ອງການຄົນຄອຍຢູ່ຄຽງຂ້າງຕະຫລອດ
ກໍບໍ່ໄດ້ໝາຍຄວາມວ່າເຮົາຕ້ອງກົດດັນຕົວເອງໃຫ້ຮັກສາເຂົາໃຫ້ຫາຍ
ຫຼືເປັນພື້ນທີ່ທີ່ຮອງຮັບທຸກສິ່ງທີ່ເກີດຂື້ນກັບເຂົາ
ສິ່ງທີ່ສຳຄັນກວ່າການພະຍາຍາມບອກວ່າເຮົາໄຫວ ເຮົາຈະຮອງຮັບທຸກອາລົມອີກຝ່າຍໄວ້ເອງຄື
ການແນະນຳໃຫ້ເຂົາໄປພົບຈິດຕະແພດ ຫຼືຜູ້ຊ່ຽວຊານໃຫ້ຖືກຕ້ອງເໝາະສົມ ຕ້ອງຈື່ໄວ້ວ່າເຮົາຄືຄົນທີ່ຈະຄຽງຂ້າງເຂົາໄປຈົນສຸດທາງ
ແຕ່ບໍ່ແມ່ນຄົນທີ່ຈະມາຮອງຮັບ ຫຼືຮັກສາອາການຂອງເຂົາ
ການເຮັດແບບນີ້ເພື່ອໃຫ້ທັ້ງເຂົາແລະເຮົາເອງກໍໄດ້ດູແລສຸຂະພາບຈິດຕົວເອງຢ່າງຖືກຕ້ອງ
ຢ່າຢ້ານທີ່ຈະເວົ້າເລື້ອງໜັກໆ
ເຮົາອາດຈະເຄີຍອ່ານເຈີມາວ່າຄໍານັ້ນຫ້າມເວົ້າກັບຄົນເປັນຊືມເສົ້າ
ຄໍານີ້ບໍ່ຄວນເວົ້າເດັດຂາດ ແມ້ຈະບໍ່ໄດ້ມີຕຳລາຕາຍຕົວຂະຫນາດນັ້ນ
ແຕ່ກໍເຮັດໃຫ້ຫລາຍຄົນຢ້ານກົວ ຫຼືບໍ່ແນ່ໃຈວ່າແມ່ນຫຍັງທີ່ຄວນເວົ້າ ຫຼືອັນຫຍັງທີ່ຖາມໄດ້ຫຼືບໍ່ໄດ້ແດ່
ແຕ່ສຳຫລັບເລື້ອງໜັກໆ ບາງເລື້ອງການທີ່ເຮົາຖາມຄວາມຮູ້ສຶກເຂົາ
ແລະຮັບຟັງໂດຍບໍ່ຕັດສີນບໍ່ແມ່ນເລື້ອງຕ້ອງຫ້າມ ແຕ່ໝາຍເຖິງການທີ່ເຂົາໄດເຮັບຮູ້ວ່າມີຄົນສົນໃຈສິ່ງທີ່ເຂົາຮູ້ສືກຢູ່
ແລະການທີ່ເຂົາໄດ້ລະບາຍອອກມາຈະຊ່ວຍໃຫ້ເຂົາໄດ້ຄາຍສິ່ງທີ່ຮູ້ສືກໃນໃຈອອກມາດ້ວຍ
ໂດຍສະເພາະເລື້ອງການຂ່າຕົວຕາຍ ຫຼາຍຄົນເຂົາໃຈວ່າເລື້ອງນີ້ອອ່ນໄຫວຫຼາຍ
ຖ້າເຂົາເວ້ົາແລ້ວເຮົາຕ້ອງຮີບປ່ຽເລື້ອງ ຕ້ອງຮີບຫາທາງໜີ ແຕ່ແທ້ທີ່ຈິງແລ້ວ ການທີ່ເຂົາບອກສິ່ງທີ່ເຂົາຮູ້ສຶກອອກມາ
ເຮົາຄວນຖາມເຂົາວ່າເປັນຫຍັງຮູ້ສຶກແບບນັ້ນ ຮັບຟັງສາເຫດ ຮັບຟັງສິ່ງທີ່ເຂົາຢາກເວົ້າ
ເພາະບໍ່ວ່າເຮົາຈະພະຍາຍາມປ່ຽນເລື້ອງເວົ້າສຳໃດ ສິ່ງທີ່ເຂົາຮູ້ສຶກມັນບໍ່ໄດ້ຄລີຄາຍ
ແຕ່ຖ້າເຮົາຖາມ ຮັບຟັງ ຢູ່ຄຽງຂ້າງ ບໍ່ຕັດສິນ ເຂົາຈະໄດ້ເລົ່າ ໄດ້ຮຽບຮຽງຄວາມຮູ້ສຶກ ແລະຮູ້ວ່າເຮົາຢູ່ຄຽງຂ້າງເຂົາບ່ອນນີ້ສະເໝີ
ບໍ່ແມ່ນປ່ອຍໃຫ້ເຂົາຈົມຢູ່ກັບຄວາມຮູ້ສຶກນັ້ນຢ່າງດຽວດາຍ
ສິ່ງທີ່ຢາກໃຫ້ຈື່ໄວ້ສະເເໝີຄືເຮົາບໍ່ແມ່ນຫມໍ ຫຼືຜູ້ຊ່ຽວຊານ
ຖ້າຄົນທີ່ເຮົາຮັກປ່ວຍເຮົາຄວນແນະນຳໃຫ້ເຂົາປືກສາຜູ້ຊ່ຽວຊານໂດຍໄວທີ່ສຸດ ໃນຂະຫນາດທີ່ການຢູ່ຮ່ວມກັນສິ່ງທີ່ສຳຄັນທີ່ສຸດຄືຢ່າເອົາສິ່ງທີ່ເຮົາເປັນ
ຫຼືຄົນອື່ນເປັນໄປຕັດສິນສິ່ງທີ່ເຂົາເປັນ ຮັບຟັງຫຼາຍໆ ຢູ່ຄຽງຂ້າງເຂົາເຂົ້າໄວ້ (ແຕ່ຖ້າມື້ໃດເຮົາບໍ່ໄຫວ
ເຮົາກໍຕ້ອງສືສານ) ຄວາມປ່ວຍໄຂ່ບໍ່ວ່າທາງກາຍ ຫຼື ທາງໃຈກໍຫາຍໄດ້ຖ້າໄດ້ຮັບການຮັກສາທີ່ເຂົາໃຈຫຼາຍພໍ
ອ້າງອິງ https://www.unlockmen.com/partner-with-depression/?fbclid=IwAR0SiQO_m46ltBUgLzL2Jr8N2F8XwIuPjtDnXOMEiVCVLeqncf7ZCqevPsk





ความคิดเห็น
แสดงความคิดเห็น