ຄິດຫຼາຍຈົນຄຽດດຳລົງຊີວິດຍ້າກ ເຮົາມີວິທີແກ້ປັນຫາທີ່ຈະຊ່ວຍໃຫ້ເຈົ້າຫົວໂລ່ງ ຫາຍຄຽດ ນອນຫລັບສະບາຍ

ຫຼາຍຄົນຄົງເຄີຍຫຼືກໍາລັງຮູ້ສືກກັງວົນກັບອາການ “ຄິດຫຼາຍ” ຂອງຕົນເອງ ເພາະມັນລົບກວນຊີວິດຂອງເຮົາເຫຼືອເກີນ ເວລາເຮັດວຽກກໍບໍ່ຄ່ອຍມີສະມາຖິ ເພາະເອົາແຕ່ຄິດເລື້ອງອື່ນ ເວລາຈະນອນກໍນອນບໍ່ຫລັບ ເພາະສະໝອງຍັງບໍ່ຢຸດຄິດຈັກເທື່ອ.

ເປັນຫຍັງເຮົາຈຶ່ງຄິດຫຼາຍ

ກ່ອນອື່ນເຮົາຕ້ອງເຂົ້າໃຈນິຍາມຄໍາວ່າ ຄິດຫຼາຍ (Overthinking) ກ່ອນມັນໝາຍເຖິງ ພືດຕິກຳຂອງມະນຸດທີ່ໝົກໝຸ່ນກັບການຄິດເຖິງເລື້ອງໃດເລື້ອງໜຶ່ງເປັນເວລາຍາວນານເກີນໄປ ປົກກະຕອາການຄິດຫຼາຍຈະຈຳແນກໄດ້ເປັນ 2 ແບບ ຄື “ຄຣຸ່ນຄິດ (runmination)ເຖິງເລື້ອງທີ່ເກີດຂື້ນໃນອາດີດຊຳ້ໄປຊ້ຳມາ ແລະ ແບບທີ່ສອງ “ຄືຄວາມກັງວົນຢ່າງໜັກຕໍ່ເລື້ອງທີ່ຈະເກີດຂື້ນໃນອານາຄົດ” ບາງຄົນອາດຈະແຕ່ຢ່າງໃດຢ່າງໜຶ່ງ ຫຼືບາງຄົນອາດຈະເປັນທັ້ງສອງແບບ

ໂດຍສາເຫດຫລັກຂອງການຄິດຫຼາຍເກີດຂື້ນໄດ້ຈາກຫຼາຍປັດໄຈ ບໍ່ວ່າຈະເປັນ ການຂາດຄວາມໝັ້ນໃຈໃນຄວາມສາມດຂອງຕົນເອງ(self-doubt), ຂາດຄວາມເຊື່ອໝັ່ນໃນຕົວເອງ (self-esteem), ໃນເຄີຍເຈີກັບເລື້ອງຮ້າຍໃນອາດີດ ແລະຢ້ານທີ່ຈະທຳຜິດຊ້າຊາກອີກຄັ້ງ ລວມໄປເຖິງ ນິໄສມັກກັງວົນໃນເລື້ອງຕ່າງໆ

ຄວາມສາມາດໃນການຄິດ (thinking) ເປັນຄຸນສົມບັດທີ່ເຮັດໃຫ້ມະນຸດໂດດເດ່ນກວ່າສິ່ງມີຊີວິດອື່ນໆ ມັນເຮັດໃຫ້ມະນຸດສາມາດປະເມີນສະຖານະການທີ່ເກີດຂື້ນ ແລະທຳການຕັດສິນໃຈໄດ້ເໝາະກັບສະຖານນະການຕ່າງໆ ແນວໃດກໍຕາມ ຄົນທີ່ມີອາການຄິດຫຼາຍຈະໄດ້ຮັບຜົນກະທົບຈາກການຄິດຫຼາຍກວ່າຄົນທົ່ວໄປ ເພາະພວກເຂົາມັກຈະຈົມຢູ່ກັບປັນຫາຫຼາຍກວ່າຄິດຫາທາງອອກໃຫ້ກັບປັນຫານັ້ນ (problem-solving) ຫຼືຮຽນຮູ້ຈາກສິ່ງທີ່ເກີດຂື້ນເພື່ອໃຫ້ໄດ້ຮັບມຸມມອງໃຫມ່ກ່ຽວກັບສະຖານະການນັ້ນໆ (self-reflection)

ວິທີການເອົາຊະນະພາວະຄິດຫຼາຍ

ຜູ້ຊ່ຽວຊານເຫັນຕົງກັນວ່າ “ຈະເລີກຄິດຫຼາຍໄດ້ ອັບດັບທຳອິດ ເຮົາຕ້ອງຮູ້ຕົວເອງກ່ອນວ່າວ່າກຳລັງຄິດຫຼາຍຢູ່” ເພາະປັນຫາອາດຈະເກີດຂື້ນມາຈາກຂ້າງໃນຕົວເຮົາ ຄວາມເຊື່ອບາງຢ່າງກໍອາດເປັນຕົ້ນກຳເນີດຂອງອາການຄິດຫຼາຍຂອງເຮົາກໍໄດ້ ຍົກຕົວຢ່າງເຊັ່ນ ເຮົາຈະນິຍາມຕົວເອງເປັນຄົນຂີ້ກັງວົນມາຕະຫບອດ ມັນເປັນຂໍ້ຈຳກັດທີ່ເຮັດໃຫ້ເຮົາບໍ່ສາມາດປ່ຽນແປງຕົວເອງໄດ້ (ຫຼື ເລີກຄິດຫຼາຍ)

ຊື່ງຫາກເຮົາຕວດຈັບຄວາມເຊື່ອດ້ານລົບເຫລົ່ານັ້ນໄດ້ ມັນກໍເປັນກ້າວໜຶ່ງທີ່ຈະເຮັດໃຫ້ເຮົາຫລຸດພົ້ນຈາກອາການຄິດຫຼາຍໄດ້

ການຝືກຝົນບາງຢ່າງ ຫຼືກິດຈະກຳພິເສດບາງປະເພດ ກໍສາມາດເຮັດໃຫ້ເຮົາເອົາຊະນະອາກາດຄິດຫຼາຍໄດ້ເຊັ່ນກັນ ເຮົາຂໍແນະນຳໃຫ້ທຸກຄົນລອງເຮັດສິ່ງເຫລົ່ານີ້ເບິ່ງ

-       ການຝືກຫາຍໃຈດ້ວຍກະບັງລົມ (diaphragmatic breathing) ຫຼື ການຝືກຫາຍໃຈເຂົ້າລືກໆດ້ວຍໜ້າທ້ອງ (deep belly breathing) ສາມາດຊ່ວຍລົດອັດຕາການເຕັ້ນຂອງຫົວໃຈ ແລະເຮັດໃຫ້ເຮົາຫາຍໃຈຊ້າລົງໄດ້ ຊື່ງງານວິໄຈພົບວ່າ ເທັກນິກການຫາຍໃຈເຂົາຊ້າໆ (slow breathing techniques) ຈະຊ່ວຍໃຫ້ເຮົາຮູ້ສືກສະບາຍມາກຂື້ນ ຜ່ອນຄາຍຫຼາຍຂື້ນ ແລະຕື່ນຕົວຫຼາຍຂື້ນ ລວໃເຖິງມີສ່ວນຊ່ວຍໃນການລົດຄວາມກັງວົນ ອາການຊືມເສົ່າ ແລະຄວາມສັບສົນມືນງົງອີກດ້ວຍ

-       ການຂຽນບັນທືກສິ່ງທີ່ທພໃຫ້ເກີດຄວາມກັງວົນລົງໃນເຈ້ຍ (worry log) ອາດສົ່ງຜົນດີຕໍ່ສໝອງໂດຍເລື້ອງນີ້ໄດ້ຮັບການສະໜັບສະໜູນຈາກການທົດລອງຂອງນັກວິໄຈ 2 ຄົນ ໄດ້ແກ່ Robert A. Emmons ແລະ Michael McCullough (2003) ພົບວ່າຄົນທີ່ບັນທືກສີ່ງທີ່ເປັນບວກຈະມີຄວາມສາມາດໃນການຕັດສີນໃຈ ສະມາຖິ ຄວາມກະຕືລືລົ້ນ ແລະພະລັງງານຫຼາຍຂື້ນ ເມື່ອທຽບກັບກຸ່ມທີ່ບັນທືກສິ່ງທີ່ເປັນແງ່ລົບ

-       ການນັ່ງສະມາຖິ (meditation) ຊ່ວຍກໍາຈັດຄວາມຝຸງຊ່ານທາງຄວາມຄິດໄດ້ ມີງານວິໄຈບາງອັນບອກວ່າ ການນັ່ງສະມາຖິຈະຊ່ວຍລົດຄວາມວິຕົກກັງວົນ ຄວາມເສົ່າ ແລະຄວາມເຈັບປວດໄດ້ ແຕ່ຢຢາງໃດກໍຕາມ ການນັ່ງສະມາຖິກໍບໍ່ໄດ້ເປັນເລື້ອງທີ່ເຮັດງ່າຍໆ ຕ້ອງໃຊ້ເວລາໃນຝືກຝົນຄວບຄູ່ກັບຄວາມອົດທົນ ແຕ່ຖ້າມີຄວາມຊ່ຽວຊານແລ້ວກໍຈະເກີດຜົນດີໃນໄລຍະຍາວ

ວິທີການແກ້ປັນຫາໂດຍປະເຊີນໜ້າກັບປັນຫາໂດຍຕົງກໍເປັນໜຶ່ງໃນແນວທາງການແກ້ປັນຫາທີ່ດີ ເພາະເຮົາຈະໝັ້ນໃຈໄດ້ວ່າປັນຫາຈະຖືກແກ້ທີ່ຕົ້ນເຫດແທ້ໆ ຕົວຢ່າງວິທີການທີ່ຢູ່ໃນກຸ່ມນີ້ກໍເຊັ່ນ ການປ່ຽນຄວາມຄິດຂອງຕົວເອງ ເລີກຄິດເຖິງເລືອງໃນອາດີດ ແລະພະຍາຍາມໃຊ້ຊີວິດຢູ່ກັບປັດຈຸບັນໃຫ້ໄດ້ຫຼາຍທີ່ສຸດ ຫຼືການຂຸດຫາສາເຫດຕ່າງໆ ທີ່ຫລໍ່ລຽ້ງຄວາມກັງວົນຂອງເຮົາ ເພື່ອທຳຄວາມເຂົ້າໃຈແລະລົງມືແກ້ໄຂທີ່ຕົ້ນເຫດຂອງຄວາມກັງວົນ ເປັນຕົ້ນ

ການສົນທະນາກັບຄົນຮອບຂ້າງ ບໍ່ວ່າຈະເປັນ ເພື່ອນ ຄົນຮັກ ຫຼື ຄົນໃນຄອບຄົວກໍຊ່ວຍໃຫ້ເຮົາໄດ້ມີມຸມມອງໃຫມ່ໆ ກ່ຽກັບປັນຫາຫຼື ຄວາມກັງວົນຂອງຕົວເອງ ກ່າວຄືຄົນອື່ນອາດເຮັດໃຫ້ເຮົາຮູ້ຕົວວ່າ ກໍາລັງມອງປັນຫາໃຫຍ່ເກີນກວ່າຄວາມເປັນຈິງກໍໄດ້ ພໍເຮົາຮູ້ຕົວແລ້ວ ປັນຫາເຫລົ່ານັ້ນກໍຈະສົ່ງຜົນຕໍ່ຊີວິດເຮົານ້ອຍລົງ

ແຕ່ຢ່າງໃດກໍຕາມ ຖ້າຮູ້ສືກວ່າປັນຫາຕ່າງໆ ມັນໜັກໜ່ວງຫຼາຍເກີນໄປ (ອາດມີຄວາມຄິດຢາກຂ່້າຕົວຕາຍເພື່ອໜີປັນຫາ) ແລະຢາກທີ່ຈະແກ້ໄຂໄດ້ດ້ວຍຕົວເອງ ກໍລະນີນີ້ຕ້ອງໃຊ້ຄວາມຮູ້ສະເພາະທາງໃນການແກ້ປັນຫາ ເລີຍ ຢາກຈະແນະນຳໃຫ້ໄປພົບກັບຊ່ຽວຊານໃນເລື້ອງນີ້ໂດຍຕົງ ບໍ່ວ່າຈະເປັນ ຈິດຕະແພດ ຫຼືນັກຈິດຕະວິທະຍາ ເພື່ອໃຫ້ເກີດການແກ້ໄຂປັນຫາທີ່ມີປະສິດທິພາບຕໍ່ໄປ

ความคิดเห็น